Tue Sep 24 2019 06:24:38 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-09-24 06:24:38 +07:00
parent 064215f195
commit 5e1b110605
9 changed files with 9 additions and 0 deletions

1
17/06.txt Normal file
View File

@ -0,0 +1 @@
\v 6 \v 7 \v 8 6“ຂ້າ­ນ້ອຍໄດ້ສະ­ແດງພຣະ­ນາມຂອງພຣະ­ອົງ ແກ່ຄົນທັງ­ຫລາຍທີ່ພຣະ­ອົງໄດ້ຊົງປະ­ທານໃຫ້ແກ່ຂ້າ­ນ້ອຍຈາກມະ­ນຸດ­ສະ­ໂລກ ຄົນເຫລົ່າ­ນັ້ນເປັນຂອງພຣະ­ອົງແລ້ວ ແລະພຣະ­ອົງໄດ້ຊົງປະ­ທານເຂົາໃຫ້ແກ່ຂ້າ­ນ້ອຍ ແລະເຂົາໄດ້ຖືຮັກ­ສາພຣະ­ທຳຂອງພຣະ­ອົງແລ້ວ. 7ບັດນີ້ເຂົາຊາບແລ້ວວ່າ ທຸກສິ່ງທີ່ພຣະ­ອົງຊົງປະ­ທານໃຫ້ແກ່ຂ້າ­ນ້ອຍນັ້ນມາຈາກພຣະ­ອົງ. 8ເພາະ­ວ່າຖ້ອຍຄຳທັງ­ຫລາຍທີ່ພຣະ­ອົງຊົງປະ­ທານໃຫ້ແກ່ຂ້າ­ນ້ອຍນັ້ນ ຂ້າ­ນ້ອຍໄດ້ໃຫ້ເຂົາແລ້ວ ແລະເຂົາໄດ້ຮັບໄວ້ ແລະເຂົາຮູ້ແນ່ວ່າຂ້າ­ນ້ອຍມາຈາກພຣະ­ອົງທັງເຊື່ອວ່າພຣະ­ອົງໄດ້ຊົງໃຊ້ຂ້າ­ນ້ອຍມາ.

1
17/09.txt Normal file
View File

@ -0,0 +1 @@
\v 9 \v 10 \v 11 9ຂ້າ­ນ້ອຍອ້ອນ­ວອນເພື່ອເຂົາ ຂ້າ­ນ້ອຍບໍ່ໄດ້ອ້ອນ­ວອນເພື່ອໂລກ ແຕ່ເພື່ອຄົນເຫລົ່າ­ນັ້ນທີ່ພຣະ­ອົງໄດ້ຊົງປະ­ທານແກ່ຂ້າ­ນ້ອຍ ເພາະ­ວ່າເຂົາເປັນຂອງພຣະ­ອົງ. 10ທຸກສິ່ງຊຶ່ງເປັນຂອງຂ້າ­ນ້ອຍກໍເປັນຂອງພຣະ­ອົງ ແລະທຸກສິ່ງຊຶ່ງເປັນຂອງພຣະ­ອົງກໍເປັນຂອງຂ້າ­ນ້ອຍ ແລະຂ້າ­ນ້ອຍມີກຽດ­ຕິ­ຍົດໃນສິ່ງເຫລົ່າ­ນັ້ນ. 11ບັດນີ້ຂ້າ­ນ້ອຍຈະບໍ່ຢູ່ໃນໂລກນີ້ອີກ ແຕ່ເຂົາຍັງຢູ່ໃນໂລກນີ້ ຝ່າຍຂ້າ­ນ້ອຍກຳ­ລັງຈະເມືອຫາພຣະ­ອົງ ໂອ, ພຣະ­ບິ­ດາຜູ້ບໍ­ລິ­ສຸດ ຂໍພຣະ­ອົງຊົງໂຜດພິ­ທັກ­ຮັກ­ສາເຂົາໄວ້ໂດຍພຣະ­ນາມຂອງພຣະ­ອົງ ທີ່ພຣະ­ອົງໄດ້ຊົງປະ­ທານແກ່ຂ້າ­ນ້ອຍນັ້ນ ເພື່ອເຂົາຈະເປັນອັນໜຶ່ງອັນດຽວກັນເໝືອນດັ່ງເຮົາທັງສອງ.

1
17/12.txt Normal file
View File

@ -0,0 +1 @@
\v 12 \v 13 \v 14 12ເມື່ອຂ້າ­ນ້ອຍຍັງຢູ່ກັບເຂົາ ຂ້າ­ນ້ອຍກໍໄດ້ພິ­ທັກ­ຮັກ­ສາເຂົາໄວ້ ໂດຍພຣະ­ນາມຂອງພຣະ­ອົງທີ່ພຣະ­ອົງໄດ້ຊົງປະ­ທານແກ່ຂ້າ­ນ້ອຍ ຂ້າ­ນ້ອຍໄດ້ປົກປັກຮັກ­ສາເຂົາໄວ້ແລະບໍ່ມີຜູ້ໃດໄດ້ເສຍໄປ ເວັ້ນໄວ້ແຕ່ຜູ້ຖືກຊົງໝາຍໄວ້ສຳ­ລັບຄວາມຈິບ­ຫາຍ ເພື່ອໃຫ້ສຳ­ເລັດໄປຕາມຂໍ້ພຣະ­ທຳ. 13ບັດນີ້ຂ້າ­ນ້ອຍກຳ­ລັງຈະເມືອຫາພຣະ­ອົງ ຂ້າ­ນ້ອຍກ່າວເຖິງສິ່ງເຫລົ່ານີ້ໃນໂລກ ເພື່ອເຂົາຈະໄດ້ຮັບຄວາມຊົມ­ຊື່ນຍິນ­ດີຂອງຂ້າ­ນ້ອຍຢ່າງບໍ­ລິ­ບູນ. 14ຝ່າຍຂ້າ­ນ້ອຍໄດ້ມອບພຣະ­ທຳຂອງພຣະ­ອົງໃຫ້ແກ່ເຂົາແລ້ວ ແລະໂລກນີ້ໄດ້ໄດ້ກຽດຊັງເຂົາເພາະເຂົາບໍ່ຢູ່ຝ່າຍໂລກ ເໝືອນຂ້າ­ນ້ອຍບໍ່ຢູ່ຝ່າຍໂລກນັ້ນ.

1
17/15.txt Normal file
View File

@ -0,0 +1 @@
\v 15 \v 16 \v 17 15ຂ້າ­ນ້ອຍບໍ່ໄດ້ຂໍພຣະ­ອົງເອົາເຂົາອອກຈາກໂລກນີ້ ແຕ່ໄດ້ຂໍຮັກ­ສາເຂົາໄວ້ໃຫ້ພົ້ນຈາກມານຮ້າຍ. 16ເຂົາບໍ່ຢູ່ຝ່າຍໂລກເໝືອນດັ່ງຂ້າ­ນ້ອຍນີ້ບໍ່ຢູ່ຝ່າຍໂລກ. 17ຂໍຊົງໂຜດຊຳ­ລະເຂົາໃຫ້ບໍ­ລິ­ສຸດດ້ວຍຄວາມຈິງ ພຣະ­ທຳຂອງພຣະ­ອົງນັ້ນເປັນ­ຄວາມຈິງ.

1
17/18.txt Normal file
View File

@ -0,0 +1 @@
\v 18 \v 19 18ພຣະ­ອົງຊົງໃຊ້ຂ້າ­ນ້ອຍມາໃນໂລກສັນ­ໃດ ຂ້າ­ນ້ອຍກໍໃຊ້ເຂົາໄປໃນໂລກສັນ­ນັ້ນ. 19ຂ້າ­ນ້ອຍຊຳ­ລະຕົວຖວາຍເພາະເຫັນ­ແກ່ເຂົາ ເພື່ອໃຫ້ເຂົາຮັບການຊົງຊຳ­ລະແຕ່ງ­ຕັ້ງໄວ້ດ້ວຍຄວາມຈິງເໝືອນກັນ.

1
17/20.txt Normal file
View File

@ -0,0 +1 @@
\v 20 \v 21 20“ຂ້າ­ນ້ອຍບໍ່ໄດ້ອ້ອນ­ວອນເພື່ອຄົນເຫລົ່ານີ້ພວກດຽວ ແຕ່ເພື່ອຄົນທັງປວງທີ່ວາງ­ໃຈໃນຂ້າ­ນ້ອຍ ເພາະຖ້ອຍຄຳຂອງເຂົາ, 21ເພື່ອເຂົາທັງໝົດຈະເປັນອັນໜຶ່ງອັນດຽວກັນ ດັ່ງທີ່ພຣະ­ອົງຄືພຣະ­ບິ­ດາຊົງສະ­ຖິດໃນຂ້າ­ນ້ອຍ ແລະຂ້າ­ນ້ອຍໃນພຣະ­ອົງ ເພື່ອໃຫ້ເຂົາຢູ່ໃນເຮົາທັງສອງເໝືອນກັນ ເພື່ອໂລກຈະໄດ້ເຊື່ອວ່າແມ່ນພຣະ­ອົງແຫລະ, ຊົງໃຊ້ຂ້າ­ນ້ອຍມາ.

1
17/22.txt Normal file
View File

@ -0,0 +1 @@
\v 22 \v 23 22ແລະກຽດ­ຕິ­ຍົດທີ່ພຣະ­ອົງຊົງປະ­ທານໃຫ້ແກ່ຂ້າ­ນ້ອຍນັ້ນຂ້າ­ນ້ອຍກໍໄດ້ໃຫ້ແກ່ເຂົາ ເພື່ອເຂົາຈະເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງເຮົາທັງສອງເປັນອັນໜຶ່ງອັນດຽວກັນນັ້ນ. 23ຂ້າ­ນ້ອຍຢູ່ໃນເຂົາແລະພຣະ­ອົງຊົງຢູ່ໃນຂ້າ­ນ້ອຍ ເພື່ອເຂົາຈະເປັນອັນໜຶ່ງອັນດຽວກັນຢ່າງສົມ­ບູນ ເພື່ອໂລກຈະໄດ້ຮູ້ວ່າແມ່ນພຣະ­ອົງນັ້ນແຫລະ, ຊົງໃຊ້ຂ້າ­ນ້ອຍມາ ແລະພຣະ­ອົງຊົງຮັກເຂົາເໝືອນດັ່ງທີ່ພຣະ­ອົງຊົງຮັກຂ້າ­ນ້ອຍ.

1
17/24.txt Normal file
View File

@ -0,0 +1 @@
\v 24 24“ໂອ ພຣະ­ບິ­ດາເອີຍ, ຊຶ່ງພຣະ­ອົງຊົງປະ­ທານໃຫ້ແກ່ຂ້າ­ນ້ອຍນັ້ນ ຂ້າ­ນ້ອຍກໍປາດ­ຖະ­ໜາຢາກໃຫ້ເຂົາຢູ່ກັບຂ້າ­ນ້ອຍໃນບ່ອນຊຶ່ງຂ້າ­ນ້ອຍຢູ່ນັ້ນເໝືອນກັນ ເພື່ອເຂົາຈະໄດ້ເຫັນສະ­ຫງ່າລາ­ສີຂອງຂ້າ­ນ້ອຍ ຊຶ່ງພຣະ­ອົງຊົງປະ­ທານໃຫ້ແກ່ຂ້າ­ນ້ອຍ ເພາະພຣະ­ອົງຊົງຮັກຂ້າ­ນ້ອຍ ກ່ອນຊົງສ້າງໂລກ.

1
17/25.txt Normal file
View File

@ -0,0 +1 @@
25ໂອ ພຣະ­ບິ­ດາຜູ້ຍຸດ­ຕິທຳ, ໂລກນີ້ບໍ່ໄດ້ຮູ້­ຈັກ ພຣະ­ອົງແຕ່ຝ່າຍຂ້າ­ນ້ອຍໄດ້ຮູ້­ຈັກພຣະ­ອົງ ແລະຄົນເຫລົ່ານີ້ໄດ້ຮູ້ວ່າແມ່ນພຣະ­ອົງແຫລະ, ຊົງໃຊ້ຂ້າ­ນ້ອຍມາ. 26ຂ້າ­ນ້ອຍໄດ້ເຮັດໃຫ້ເຂົາຮູ້­ຈັກພຣະ­ນາມຂອງພຣະ­ອົງ ແລະຈະເຮັດໃຫ້ເຂົາຮູ້ອີກ ເພື່ອຄວາມຮັກທີ່ພຣະ­ອົງໄດ້ຊົງຮັກຂ້າ­ນ້ອຍຈະຢູ່ໃນເຂົາ ແລະຝ່າຍຂ້າ­ນ້ອຍກໍຢູ່ໃນເຂົາ.”