Sat Sep 07 2019 06:57:50 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-09-07 06:57:51 +07:00
parent 246c9556c6
commit 59c9623fcb
8 changed files with 8 additions and 0 deletions

1
03/09.txt Normal file
View File

@ -0,0 +1 @@
\v 9 \v 10 \v 11 9ນີ­ໂກ­ເດມທູນພຣະ­ອົງວ່າ, “ເຫດ­ການເຫລົ່ານີ້ຈະບັງ­ເກີດຂຶ້ນໄດ້ຢ່າງ­ໃດ.” 10ພຣະ­ເຢຊູຊົງຕອບວ່າ, “ທ່ານເປັນອາ­ຈານຂອງພວກອິ­ສຣາ­ເອນແລະຍັງບໍ່ຮູ້­ຈັກສິ່ງເຫລົ່ານີ້ຫລື. 11ເຮົາບອກຄວາມຈິງແກ່ທ່ານວ່າ ພວກເຮົາເວົ້າສິ່ງທີ່ເຮົາຮູ້ແລະເປັນພະ­ຍານເຖິງສິ່ງທີ່ພວກເຮົາໄດ້ເຫັນ ແຕ່ທ່ານທັງ­ຫລາຍບໍ່ໄດ້ຮັບຄຳພະ­ຍານຂອງເຮົາ

1
03/12.txt Normal file
View File

@ -0,0 +1 @@
\v 12 \v 13 12ຖ້າເຮົາບອກທ່ານທັງ­ຫລາຍເຖິງສິ່ງຝ່າຍໂລກ ແລະທ່ານບໍ່ເຊື່ອ ຖ້າເຮົາບອກທ່ານເຖິງສິ່ງຝ່າຍສະ­ຫວັນ ພວກທ່ານຈະເຊື່ອໄດ້ຢ່າງ­ໃດ. 13ບໍ່ມີຜູ້ໃດໄດ້ຂຶ້ນໄປສູ່ສະ­ຫວັນ ນອກ­ຈາກຜູ້ທີ່ລົງມາຈາກສະ­ຫວັນຄືບຸດມະ­ນຸດ.”

1
03/14.txt Normal file
View File

@ -0,0 +1 @@
\v 14 \v 15 14ໂມ­ເຊໄດ້ຍົກງູຂຶ້ນໃນປ່າສັນ­ໃດ ບຸດມະ­ນຸດຈະຕ້ອງຖືກຍົກຂຶ້ນສັນ­ນັ້ນ, 15ເພື່ອທຸກຄົນທີ່ວາງ­ໃຈເຊື່ອໃນພຣະ­ອົງຈະມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ.

1
03/16.txt Normal file
View File

@ -0,0 +1 @@
\v 16 \v 17 \v 18 16ເພາະ­ວ່າພຣະ­ເຈົ້າຊົງຮັກໂລກຈົນໄດ້ ປະ­ທານພຣະ­ບຸດອົງດຽວຂອງພຣະ­ອົງ ເພື່ອທຸກຄົນທີ່ວາງ­ໃຈເຊື່ອໃນພຣະ­ບຸດນັ້ນຈະບໍ່ຈິບ­ຫາຍ ແຕ່ມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ. 17ເພາະ­ວ່າພຣະ­ເຈົ້າໄດ້ຊົງໃຊ້ພຣະ­ບຸດຂອງພຣະ­ອົງເຂົ້າມາໃນໂລກ ບໍ່ແມ່ນຈະຕັດສີນລົງ­ໂທດມະ­ນຸດ­ສະ­ໂລກ ແຕ່ເພື່ອມະ­ນຸດ­ສະ­ໂລກຈະພົ້ນໄດ້ດ້ວຍພຣະ­ບຸດນັ້ນ. 18ຜູ້ທີ່ວາງ­ໃຈໃນພຣະ­ບຸດກໍບໍ່ຖືກຕັດສີນໂທດ ແຕ່ຜູ້ທີ່ບໍ່ວາງ­ໃຈກໍໄດ້ຖືກຕັດສີນລົງ­ໂທດແລ້ວ ເພາະບໍ່ໄດ້ເຊື່ອໃນພຣະ­ນາມພຣະ­ບຸດອົງດຽວຂອງພຣະ­ເຈົ້າ.

1
03/19.txt Normal file
View File

@ -0,0 +1 @@
\v 19 \v 20 \v 21 19ນີ້ແຫລະ, ແມ່ນການຕັດສີນລົງ­ໂທດ ຄືວ່າ­ຄວາມສະ­ຫວ່າງໄດ້ເຂົ້າມາໃນໂລກ ແຕ່ມະ­ນຸດໄດ້ຮັກຄວາມມືດຫລາຍກວ່າຮັກຄວາມສະ­ຫວ່າງ ເພາະກິດ­ຈະ­ການຂອງເຂົາຊົ່ວ. 20ດ້ວຍວ່າທຸກຄົນທີ່ເຮັດຊົ່ວກໍຊັງຄວາມສະ­ຫວ່າງ ແລະບໍ່ມາເຖິງຄວາມສະ­ຫວ່າງ ເພາະຢ້ານວ່າ ການເຮັດຂອງຕົນຈະເປີດ­ເຜີຍ. 21ແຕ່ບຸກ­ຄົນທີ່ເຮັດຕາມຄວາມຈິງກໍມາຫາຄວາມສະ­ຫວ່າງ ເພື່ອໃຫ້­ການຂອງຕົນປະ­ກົດວ່າໄດ້ເຮັດດ້ວຍອາໃສພຣະ­ເຈົ້າ.

1
03/22.txt Normal file
View File

@ -0,0 +1 @@
\v 22 \v 23 \v 24 22ຫລັງຈາກນັ້ນພຣະ­ເຢຊູໄດ້ສະ­ເດັດໄປຍັງແຂວງຢູ­ດາຍພ້ອມກັບພວກສາ­ວົກຂອງພຣະ­ອົງ ແລະປະ­ທັບຢູ່ກັບເຂົາທີ່ນັ້ນ ແລ້ວຊົງໃຫ້ຮັບບັບ­ຕິ­ສະ­ມາ. 23ຝ່າຍໂຢ­ຮັນກໍໃຫ້ຮັບບັບ­ຕິ­ສະ­ມາຢູ່ບ້ານໄອ­ໂນນໃກ້ບ້ານຊາ­ລາ­ອິມເໝືອນກັນ ເພາະທີ່ນັ້ນມີນ້ຳຫລາຍ ແລະຝູງຄົນກໍພາ­ກັນມາຮັບບັບ­ຕິ­ສະ­ມາ. 24ດ້ວຍວ່າເວ­ລານັ້ນໂຢ­ຮັນຍັງບໍ່ທັນໄດ້ຕິດຄຸກ.

1
03/25.txt Normal file
View File

@ -0,0 +1 @@
\v 25 \v 26 25ເກີດການໂຕ້ຖຽງກັນຂຶ້ນລະ­ຫວ່າງລູກ­ສິດຂອງໂຢ­ຮັນກັບຢິວຄົນໜຶ່ງ ເລື່ອງການຊຳ­ລະລ້າງ. 26ລູກ­ສິດນັ້ນຈຶ່ງໄປຫາໂຢ­ຮັນແລະເວົ້າວ່າ, “ອາ­ຈານເອີຍ, ຜູ້ທີ່­ຢູ່ນຳອາ­ຈານທີ່ຟາກແມ່­ນ້ຳຢໍ­ແດນພຸ້ນ ຄືຜູ້ທີ່ອາ­ຈານເປັນພະ­ຍານເຖິງນັ້ນ ເບິ່ງແມ, ຜູ້ນັ້ນກຳ­ລັງໃຫ້ຮັບບັບ­ຕິ­ສະ­ມາ ແລະຄົນທັງປວງກໍພາ­ກັນໄປຫາເພິ່ນ.”

1
03/27.txt Normal file
View File

@ -0,0 +1 @@
\v 27 \v 28 27ໂຢ­ຮັນຕອບວ່າ, “ມະ­ນຸດຈະຮັບສິ່ງໃດບໍ່ໄດ້ ເວັ້ນໄວ້ແຕ່ທີ່ຊົງໂຜດປະ­ທານຈາກສະ­ຫວັນໃຫ້ເຂົາ. 28ທ່ານທັງ­ຫລາຍກໍເປັນພະ­ຍານຝ່າຍເຮົາວ່າເຮົາໄດ້ກ່າວແລ້ວວ່າ ‘ເຮົາບໍ່ເປັນພຣະ­ຄຣິດແຕ່ເປັນຜູ້ຮັບໃຊ້ມາກ່ອນໜ້າພຣະ­ອົງ.