Wed Sep 11 2019 20:24:42 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-09-11 20:24:43 +07:00
parent c71ebe8fd4
commit 4fa3939ace
4 changed files with 4 additions and 0 deletions

1
06/62.txt Normal file
View File

@ -0,0 +1 @@
\v 62 \v 63 62ຖ້າທ່ານທັງ­ຫລາຍຈະເຫັນບຸດມະ­ນຸດຂຶ້ນເມືອຍັງບ່ອນທີ່ທ່ານຢູ່ແຕ່ກ່ອນນັ້ນ ພວກທ່ານຈະວ່າຢ່າງ­ໃດ. 63ພຣະ­ວິນ­ຍານຊົງເຮັດໃຫ້ມີຊີ­ວິດ ສ່ວນເນື້ອກາຍບໍ່ມີປະ­ໂຫຍດອັນໃດ ຖ້ອຍຄຳທີ່ເຮົາໄດ້ກ່າວຕໍ່ທ່ານທັງ­ຫລາຍນັ້ນເປັນ­ວິນຍານແລະເປັນຊີ­ວິດ.

1
06/64.txt Normal file
View File

@ -0,0 +1 @@
\v 64 \v 65 64ແຕ່ມີບາງຄົນໃນພວກທ່ານຍັງບໍ່ເຊື່ອຢູ່,” (ເພາະພຣະ­ເຢຊູຊົງຊາບແຕ່ເດີມແລ້ວວ່າຜູ້ທີ່ເຊື່ອນັ້ນແມ່ນຜູ້ໃດ ແລະແມ່ນຜູ້ໃດທີ່ຈະທໍ­ລະຍົດຕໍ່ພຣະ­ອົງ). 65ແລະພຣະ­ອົງຊົງກ່າວວ່າ, “ດ້ວຍເຫດນີ້ແຫລະ, ເຮົາຈຶ່ງໄດ້ບອກທ່ານທັງ­ຫລາຍວ່າບໍ່ມີຜູ້ໃດຈະມາເຖິງເຮົາໄດ້ ນອກ­ຈາກພຣະ­ບິ­ດາຈະຊົງໂຜດຜູ້ນັ້ນ.”

1
06/66.txt Normal file
View File

@ -0,0 +1 @@
\v 66 \v 67 \v 68 \v 69 66ດ້ວຍເຫດນັ້ນພວກລູກ­ສິດຂອງພຣະ­ອົງຫລາຍຄົນຈຶ່ງທໍ້­ຖອຍ ບໍ່ຕິດ­ຕາມພຣະ­ອົງຕໍ່ໄປອີກ. 67ດັ່ງ­ນັ້ນພຣະ­ເຢຊູຊົງກ່າວກັບສິບສອງຄົນນັ້ນວ່າ, “ພວກທ່ານເດຢາກຖອຍໜີເໝືອນກັນຫລື.” 68ຝ່າຍຊີ­ໂມນທູນຕອບພຣະ­ອົງວ່າ, “ນາຍເຈົ້າເອີຍ, ພວກຂ້າ­ນ້ອຍຈະໜີໄປຫາຜູ້ໃດ ທ່ານມີຖ້ອຍຄຳຊຶ່ງໃຫ້ມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ. 69ພວກຂ້າ­ນ້ອຍເຊື່ອແລ້ວ ແລະຊາບວ່າທ່ານເປັນຜູ້ບໍ­ລິ­ສຸດມາຈາກພຣະ­ເຈົ້າ.”

1
06/70.txt Normal file
View File

@ -0,0 +1 @@
\v 70 \v 71 70ພຣະ­ເຢຊູຊົງຕອບເຂົາວ່າ, “ເຮົານີ້ແຫລະ, ໄດ້ເລືອກພວກທ່ານສິບສອງຄົນໄວ້ບໍ່ແມ່ນຫລື ແລະຄົນໜຶ່ງໃນພວກທ່ານກໍເປັນມານຮ້າຍ.” 71ພຣະ­ອົງຊົງກ່າວເຖິງຢູ­ດາລູກຊາຍຂອງຊີ­ໂມນອິ­ສະ­ກາ­ຣີ­ອົດ ເພາະແມ່ນຜູ້ທີ່ຈະທໍ­ລະຍົດຕໍ່ພຣະ­ອົງ ຄືຄົນໜຶ່ງໃນພວກສິບສອງຄົນນັ້ນ.