diff --git a/04/43.txt b/04/43.txt new file mode 100644 index 0000000..3cdc78f --- /dev/null +++ b/04/43.txt @@ -0,0 +1 @@ +\v 43 \v 44 \v 45 43ຄັນສອງວັນນັ້ນລ່ວງໄປແລ້ວ ພຣະ­ເຢຊູສະ­ເດັດອອກຈາກທີ່ນັ້ນໄປຍັງແຂວງຄາ­ລີ­ເລ. 44ເພາະພຣະ­ເຢຊູເອງຊົງເປັນພະ­ຍານວ່າ ຜູ້ປະ­ກາດພຣະ­ທຳບໍ່ໄດ້ຮັບກຽດໃນບ້ານເມືອງຂອງຕົນ. 45ເມື່ອພຣະ­ອົງສະ­ເດັດໄປເຖິງແຂວງຄາ­ລີ­ເລ ຊາວຄາ­ລີ­ເລໄດ້ຕ້ອນ­ຮັບພຣະ­ອົງ ເພາະເຂົາໄດ້ເຫັນສິ່ງສາ­ລະ­ພັດທີ່ພຣະ­ອົງຊົງກະ­ທຳໃນເທດ­ສະ­ການທີ່ກຸງເຢ­ຣູ­ຊາ­ເລັມ ດ້ວຍວ່າເຂົາໄດ້ໄປໃນເທດ­ສະ­ການເໝືອນກັນ. \ No newline at end of file diff --git a/04/46.txt b/04/46.txt new file mode 100644 index 0000000..20f7ef0 --- /dev/null +++ b/04/46.txt @@ -0,0 +1 @@ +\v 46 \v 47 46ແລ້ວພຣະ­ອົງໄດ້ສະ­ເດັດໄປຍັງບ້ານກາ­ນາໃນແຂວງຄາ­ລີ­ເລອີກ ຄືບ່ອນທີ່ພຣະ­ອົງຊົງເຮັດໃຫ້ນ້ຳກາຍ­ເປັນເຫລົ້າແວງນັ້ນ ມີເສ­ນາບໍ­ດີຄົນໜຶ່ງໃນເມືອງກາ­ເປ­ນາ­ອູມ ຊຶ່ງລູກຊາຍຂອງທ່ານກໍປ່ວຍຢູ່. 47ເມື່ອທ່ານໄດ້ຍິນຂ່າວວ່າພຣະ­ເຢຊູໄດ້ສະ­ເດັດຈາກແຂວງຢູ­ດາຍມາເຖິງແຂວງຄາ­ລີ­ເລແລ້ວ ທ່ານຈຶ່ງໄປທູນອ້ອນ­ວອນພຣະ­ອົງໃຫ້ສະ­ເດັດລົງໄປໂຜດລູກຂອງຕົນໃຫ້ດີ ເພາະລູກນັ້ນໃກ້ຈະຕາຍແລ້ວ. \ No newline at end of file diff --git a/04/48.txt b/04/48.txt new file mode 100644 index 0000000..cba8567 --- /dev/null +++ b/04/48.txt @@ -0,0 +1 @@ +\v 48 \v 49 \v 50 48ພຣະ­ເຢຊູຊົງກ່າວກັບທ່ານວ່າ. “ຖ້າທ່ານທັງ­ຫລາຍບໍ່ເຫັນໝາຍສຳ­ຄັນແລະການອັດ­ສະ­ຈັນທ່ານຈະບໍ່ເຊື່ອ.” 49ເສ­ນາບໍ­ດີຜູ້ນັ້ນຈຶ່ງທູນພຣະ­ອົງວ່າ, “ນາຍເອີຍ, ຂໍເຊີນທ່ານລົງໄປກ່ອນທີ່ລູກຂ້າ­ນ້ອຍຈະຕາຍ.” 50ພຣະ­ເຢຊູຊົງກ່າວກັບທ່ານວ່າ, “ຈົ່ງກັບເມືອສາລູກຂອງທ່ານຈະບໍ່ຕາຍ” ແລະທ່ານໄດ້ເຊື່ອພຣະ­ທຳທີ່ພຣະ­ເຢຊູຊົງກ່າວແກ່ເພິ່ນ ແລ້ວກໍທູນລາກັບເມືອ. \ No newline at end of file diff --git a/04/51.txt b/04/51.txt new file mode 100644 index 0000000..37a7fd4 --- /dev/null +++ b/04/51.txt @@ -0,0 +1 @@ +\v 51 \v 52 51ໃນຂະ­ນະທີ່ທ່ານກຳ­ລັງກັບເມືອ ພວກຂ້ອຍໃຊ້ໄດ້ມາຕ້ອນ­ຮັບ ບອກຂ່າວວ່າລູກຂອງທ່ານພົ້ນຊີ­ວິດແລ້ວ. 52ທ່ານຈຶ່ງຖາມເຖິງເວ­ລາທີ່ລູກຕັ້ງ­ຕົ້ນມີ­ແຮງມາ ຄົນເຫລົ່າ­ນັ້ນບອກວ່າ, “ໄຂ້ກໍຫາຍຈາກລາວວານນີ້ເວ­ລາບ່າຍໂມງໜຶ່ງ.” \ No newline at end of file diff --git a/04/53.txt b/04/53.txt new file mode 100644 index 0000000..83a7ebb --- /dev/null +++ b/04/53.txt @@ -0,0 +1 @@ +\v 53 \v 54 53ບິ­ດາຈຶ່ງຮູ້ວ່າຊົ່ວ­ໂມງນັ້ນແຫລະ, ເປັນເວ­ລາທີ່ພຣະ­ເຢຊູໄດ້ກ່າວກັບຕົນວ່າ, “ລູກຂອງທ່ານຈະບໍ່ຕາຍ” ແລະທ່ານເອງກໍເຊື່ອພ້ອມທັງຄົວເຮືອນຂອງຕົນ. 54ນີ້ເປັນໝາຍສຳ­ຄັນທີສອງທີ່ພຣະ­ເຢຊູຊົງກະ­ທຳ ເມື່ອພຣະ­ອົງສະ­ເດັດຈາກແຂວງຢູ­ດາຍໄປຍັງແຂວງຄາ­ລີ­ເລ. \ No newline at end of file