2019-09-17 14:29:13 +00:00
|
|
|
\v 40 ພຣະອົງອອກໄປຈາກທີ່ນັ້ນອີກຄັ້ງ ແລະຂ້າມໄປອີກຟາກແມ່ນ້ຳຢໍແດນ ໄປເຖິງບ່ອນໂຢຮັນໃຫ້ຮັບບັບຕິສະມາຄັ້ງທຳອິດ, ແລ້ວພຣະອົງກໍປະທັບຢູ່ທີ່ນັ້ນ. \v 41 ມີຫລາຍຄົນມາຫາພຣະອົງແລ້ວກ່າວວ່າ, “ໂຢຮັນບໍ່ໄດ້ເຮັດໝາຍສຳຄັນອັນໃດ, ແຕ່ທຸກສິ່ງທີ່ໂຢຮັນໄດ້ກ່າວກ່ຽວກັບທ່ານຜູ້ນີ້ກໍເປັນຄວາມຈິງ.” \v 42 ຜູ້ຄົນຫລວງຫລາຍໄດ້ເຊື່ອພຣະອົງທີ່ນັ້ນ.
|