lo_jer_text_ulb_l3/20/03.txt

1 line
1.4 KiB
Plaintext

\v 3 ພໍເຖິງເຊົ້າມື້ໃຫມ່ມາ ເມື່ອປັດຊູ ໄດ້ນຳເອົາເຢເຣມີຢາອອກຈາກກັບຕີນ. ໃນຂະນະນັ້ນ ເຢເຣມີຢາເວົ້າຕໍ່ປັດຊູວ່າ, “ພຣະຢາເວບໍ່ໄດ້ເອີ້ນພວກເຈົ້າວ່າປັດຊູ ແຕ່ຈະເອີ້ນພວກເຈົ້າວ່າ ມາໂກຣມິດສາບິບ. \v 4 ເພາະພຣະຢາເວຊົງກ່າວດັ່ງນີ້ວ່າ: ‘ເບິ່ງແມ, ເຮົາຈະເຮັດໃຫ້ພວກເຈົ້າເປັນສິ່ງທີ່ຫນ້າຢ້ານກົວວຸ້ນວາຍ, ເຈົ້າແລະມິດສະຫາຍຂອງພວກເຈົ້າຢ້ານກົວ, ເພາະພວກເຂົາຈະລົ້ມຕາຍດ້ວຍດາບຂອງສັດຕູ ແລະດວງຕາຂອງພວກເຈົ້າຈະເບິ່ງຢູ່. ເຮົາຈະມອບຊາວຢູດາທັງປວງຢູ່ໃຕ້ອຳນາດຂອງກະສັດບາບີໂລນ. ເຂົາຈະກວາດຈັບເອົາພວກເຂົາໄປເປັນຊະເລີຍທີ່ເມືອງບາບີໂລນ ຫລືໂຈມຕີພວກເຂົາດ້ວຍດາບ.