lo_jer_text_ulb_l3/50/27.txt

1 line
988 B
Plaintext

\v 27 ຈົ່ງຂ້າບັນດາງົວເຖິກຂອງນາງໃຫ້ຫມົດໃຫ້ມັນທັງຫລາຍ. ຈົ່ງສົ່ງພວກມັນລົງໄປຍັງສະຖານທີ່ແຫ່ງການປະຫານ. ວິບັດແກ່ມັນທັງຫລາຍ, ເພາະວັນເວລາຂອງມັນມາເຖິງແລ້ວ— ຄືເວລາແຫ່ງການລົງໂທດ. \v 28 ມີສຽງຂອງພວກເຂົາທີ່ໄດ້ຫນີໄປ, ສຽງຂອງບັນຄົນທີ່ລອດຊີວິດ, ຈາກແຜ່ນດິນບາບີໂລນ. ຄົນເຫລົ່ານັ້ນຈະໄປປະກາດການແກ້ແຄ້ນຂອງພຣະຢາເວພຣະເຈົ້າຂອງເຮົາໃນຊີໂອນ, ແລະການແກ້ແຄ້ນໃຫ້ກັບພຣະວິຫານຂອງພຣະອົງ.”