lo_jer_text_ulb_l3/46/11.txt

1 line
927 B
Plaintext

\v 11 ທິດາພົມມະຈາລີແຫ່ງເອຢິບເອີຍ, ຈົ່ງຂຶ້ນໄປທີ່ກິເລອາດ ແລະໄປເອົາຫວ້ານຢາ. ພວກເຈົ້າໄດ້ໃຊ້ຢາເປັນຈຳນວນຫລາຍແລ້ວ. ມັນບໍ່ມີປະໂຫຍດທີ່ເຈົ້າຈະເອົາຢາມາໃສ່ໃຫ້ກັບຕົວເຈົ້າ. ບໍ່ມີການຮັກສາໃດໆສຳລັບພວກເຈົ້າ. \v 12 ບັນດາປະຊາຊາດໄດ້ຍິນເຖິງຄວາມອັບອາຍຂອງພວກເຈົ້າ ແລະແຜ່ນດິນກໍເຕັມດ້ວຍສຽງຮ້ອງຂອງພວກເຈົ້າ, ເພາະວ່ານັກຮົບສະດຸດລົ້ມ; ພວກເຂົາໄດ້ລົ້ມລົງນຳກັນ.”