lo_jer_text_ulb_l3/10/14.txt

1 line
1.3 KiB
Plaintext

\v 14 ມະນຸດທຸກຄົນໄດ້ກາຍເປັນຄົນໂງ່, ຂາດຄວາມຮູ້. ຊ່າງຕີເຫັລກທຸກຄົນຈະໄດ້ອັບອາຍ ເພາະຮູບເຄົາລົບຂອງເຂົາ. ເພາະຮູບເຄົາລົບຫລໍ່ຂອງເຂົາເປັນຂອງບໍ່ຈິງ; ແລະບໍ່ມີຊີວິດໃນພວກມັນ. \v 15 ພວກມັນເປັນຂອງບໍ່ມີຄ່າ, ແລະເປັນຜົນງານຂອງພວກທີ່ມັກເຢາະເຢີ້ຍ; ພວກມັນຈະຕ້ອງພິນາດເມື່ອເຖິງເວລາການລົງໂທດ ຂອງພວກມັນ. \v 16 ແຕ່ພຣະອົງ, ຜູ້ຊົງເປັນສ່ວນມໍລະດົກຂອງຢາໂຄບ, ບໍ່ເຫມືອນສິ່ງເຫລົ່ານີ້, ເພາະພຣະອົງຊົງເປັນຜູ້ທີ່ກໍ່ຮ່າງທຸກສິ່ງຂຶ້ນ. ອິດສະຣາເອນເປັນຕະກູນທີ່ເປັນມໍລະດົກຂອງພຣະອົງ; ພຣະຢາເວຈອມໂຍທາ ຄືພຣະນາມຂອງພຣະອົງ.