lo_jer_text_ulb_l3/01/17.txt

1 line
1.4 KiB
Plaintext

\v 17 ຈົ່ງຕຽມຕົວເຈົ້າໃຫ້ພ້ອມ! ຈົ່ງລຸກຂື້ນໄປບອກແກ່ພວກເຂົາທຸກສິ່ງທີ່ເຮົາສັ່ງເຈົ້ານັ້ນ. ຢ່າຕົກໃຈຢ້ານພວກເຂົາ, ບໍ່ດັ່ງນັ້ນເຮົາຈະເຮັດໃຫ້ເຈົ້າຢ້ານກົວຕໍ່ຫນ້າພວກເຂົາ! \v 18 ເບິ່ງເຖີດ! ມື້ນີ້ເຮົາເຮັດໃຫ້ເຈົ້າເປັນເມືອງມີປ້ອມເປັນເສົາເຫລັກ ແລະກຳແພງທັງຫລາຍເປັນທອງແດງ, ເພື່ອຈະຕໍ່ສູ້ແຜ່ນດິນທັງຫມົດແລະ—ສູ້ກັບກະສັດຂອງຊາວຢູດາ, ສູ້ກັບຂ້າລາຊະການ, ສູ້ກັບບັນດາປະໂລຫິດ, ແລະສູ້ກັບປະຊາຊົນໃນແຜ່ນດິນ. \v 19 ພວກເຂົາຈະຕໍ່ສູ້ກັບເຈົ້າ, ແຕ່ຈະບໍ່ຊະນະເຈົ້າ, ເພາະເຮົາຈະຢູ່ກັບເຈົ້າ ເພື່ອຊ່ວຍກູ້ເຈົ້າໄວ້—ນີ້ເປັນຄຳປະກາດຂອງພຣະຢາເວ.”