lo_jer_text_ulb_l3/39/08.txt

1 line
1.2 KiB
Plaintext

\v 8 ແລ້ວທະຫານຊາວເຄນເດຍໄດ້ເຜົາພະລາຊະວັງ ແລະ ບ້ານເຮືອນຂອງປະຊາຊົນ ພວກເຂົາໄດ້ທຳລາຍກຳແພງນະຄອນເຢຣູຊາເລັມຖິ້ມ. \v 9 ແລ້ວເນບູຊາຣາດານ ຜູ້ບັນຊາການທະຫານຮັກສາພະອົງ ໄດ້ຈັບປະຊາຊົນທີ່ເຫລືອຢູ່ໃນເມືອງເປັນຊະເລີຍ ນີ້ຮ່ວມທັງຄົນທີ່ຫນີເຂົ້າມາມອບຕົວຕໍ່ຄົນເຄນເດຍ ແລະ ປະຊາຊົນທີ່ເຫລືອຢູ່ທີ່ຄົງຄ້າງຢູ່ໃນເມືອງ. \v 10 ແຕ່ເນບູຊາຣາດານບັນຊາການທະຫານຮັກສາພະອົງ ໄດ້ປະແຕ່ຄົນທຸກຍາກທີ່ສຸດ ທີ່ບໍ່ມີໄຮ່ນາໄວ້ໃນປະເທດຢູດາ. ເພີ່ນໄດ້ມອບສວນອະງຸ່ນແລະໄຮ່ນາໃຫ້ພວກເຂົາໃນວັນດຽວກັນນັ້ນ.