lo_jer_text_ulb_l3/14/04.txt

1 line
886 B
Plaintext

\v 4 ເພາະເລື່ອງນີ້ແຜ່ນດິນກໍແຕກແຫງ ເນື່ອງຈາກບໍ່ມີຝົນຕົກເທິງແຜ່ນດິນ. ຊາວນາທັງຫລາຍກໍອັບອາຍ ແລະຄຸມຫົວຂອງຕົນເສຍ. \v 5 ເພາະແມ່ນແຕ່ກວາງໂຕແມ່ກໍຈາກລູກທີ່ເກີດໃຫມ່ໃນທ້ອງທົ່ງ ແລະປະຖິ້ມພວກມັນເສຍ, ເພາະວ່າບໍ່ມີຫຍ້າ. \v 6 ພວກລໍປ່າຢືນຢູ່ເທິງບ່ອນສູງ ໂລ່ງ ແລະພວກມັນຫັນໃຈໃນສາຍລົມເຫມືອນກັບພວກຫມາປ່າ. ຕາຂອງມັນກໍມືດມົວ, ເພາະວ່າບໍ່ມີພືດຜັກ.”