lo_jer_text_ulb_l3/07/16.txt

1 line
1.3 KiB
Plaintext

\v 16 ສ່ວນເຈົ້າ, ເຢເຣມີຢາເອີຍ, ຢ່າອ້ອນວອນສຳລັບຊົນຊາດນີ້, ແລະຢ່າຮ້ອງໄຫ້ໂອຍຄາງໂສກເສົ້າ ຫລື ຢ່າອ້ອນວອນໃນນາມຂອງພວກເຂົາ, ແລະຢ່າຂໍຮ້ອງເຮົາເພື່ອຕົວເຈົ້າເອງ, ເພາະວ່າເຮົາຈະບໍ່ຟັງເຈົ້າ. \v 17 ເຈົ້າບໍ່ເຫັນຫລືວ່າ ພວກເຂົາທັງຫລາຍກຳລັງເຮັດອັນໃດໃນເມືອງທັງຫລາຍຂອງຢູດາ ແລະຕາມຖະຫນົນໃນນະຄອນເຢຣູຊາເລັມ? \v 18 ພວກເດັກນ້ອຍກໍກຳລັງເກັບຟືນ ແລະພວກພໍ່ທັງຫລາຍກໍກຳລັງດັງໄຟ! ແລະພວກຜູ້ຍິງກໍກໍາລັງນວດແປ້ງ ເພື່ອເຮັດເຂົ້າຫນົມຫວານຖວາຍແກ່ເຈົ້າຍິງແຫ່ງຟ້າ ແລະເທເຄື່ອງດື່ມຖວາຍແກ່ພະອື່ນໆ ດັ່ງນັ້ນພວກເຂົາຈະກວນໃຫ້ເຮົາໃຈຮ້າຍ.