lo_jer_text_ulb_l3/03/08.txt

1 line
1.5 KiB
Plaintext

\v 8 ດັ່ງນັ້ນເຮົາເຫັນວ່າ, ໃນທຳນອງດຽວກັນທີ່ອິສະຣາເອນຜູ້ບໍ່ສັດຊື່ ໄດ້ລ່ວງປະເວນີ ແລະເຮົາໄດ້ໄລ່ນາງໄປ ພ້ອມກັບໃຫ້ຫນັງສືຢ່າຮ້າງ, ຢູດານ້ອງສາວທີ່ທໍລະຍົດຂອງນາງກໍບໍ່ຢ້ານກົວເລີຍ; ນາງກໍກັບໄປເຮັດຕົວເອງເປັນໂສເພນີດ້ວຍເຊັ່ນດຽວກັນ. \v 9 ເພາະເຫັນວ່າການໄດ້ໄປເປັນໂສເພນີຂອງນາງຍັງຖືເປັນເລື່ອງເລັກນ້ອຍ; ນາງກໍໄດ້ເຮັດໃຫ້ແຜ່ນດິນເປິເປື້ອນໄປ, ແລະນາງໄດ້ໄປລ່ວງປະເວນີກັບກ້ອນຫີນ ແລະຕົ້ນໄມ້. \v 10 ແລ້ວພາຍຫລັງນາງເຮັດໄປທັງຫມົດເຊັ່ນນີ້ແລ້ວ, ຢູດານ້ອງສາວທີ່ທໍລະຍົດຂອງນາງກໍໄດ້ຫັນກັບມາຫາເຮົາ, ແຕ່ບໍ່ໄດ້ດ້ວຍສິ້ນສຸດໃຈ, ແຕ່ທຳທ່າເຮັດເປັນກັບມາ,”—ນີ້ເປັນຄຳປະກາດຂອງພຣະຢາເວ.