lo_jer_text_ulb_l3/02/04.txt

2 lines
1.5 KiB
Plaintext

\v 4 ຈົ່ງຟັງຖ້ອຍຄຳຂອງພຣະຢາເວ, ເຊື້ອສາຍຂອງຢາໂຄບ ແລະ ທຸກຕະກູນໃນບັນດາເຊື້ອສາຍອິສະຣາເອນ. \v 5 ພຣະຢາເວຊົງກ່າວວ່າ, "ບັນພະບູລຸດຂອງພວກເຈົ້າ ເຫັນວ່າເຮົາໄດ້ເຮັດຜິດຫຍັງ, ພວກເຂົາຈຶ່ງໄດ້ພາກັນຫນີຈາກເຮົາ? ທີ່ພວກເຂົາໄດ້ນັບຖືຮູບເຄົາລົບອັນບໍ່ມີປະໂຫຍດ ແລະ ພວກເຂົາໄດ້ກາຍເປັນສິ່ງບໍ່ມີປະໂຫຍດເອງຊໍ້າ? \v 6 ພວກເຂົາກໍບໍ່ໄດ້ກ່າວວ່າ, 'ພຣະຢາເວຊົງຢູ່ໃສ, ຜູ້ໄດ້ຊົງຊ່ວຍພວກເຂົາໃຫ້ອອກຈາກປະເທດເອຢິບ? ພຣະຢາເວຢູ່ໃສຜູ້ໄດ້ຊົງນຳພວກເຮົາຜ່ານຖິ່ນແຫ້ງແລ້ງກັນດານ, ເຂົ້າສູ່ດິນແດນອາຣາບາ ແລະ ຂຸມເຫວທັງຫລາຍ, ໃນດິນແດນແຫ້ງແລ້ວ ແລະ ມືດທຶບ, ໃນແຜ່ນດິນທີ່ບໍ່ມີຄົນຜ່ານໄປ ແລະບໍ່ມີມະນຸດອາໄສຢູ່ທີ່ນັ້ນ?'
.