lo_jer_text_ulb_l3/39/15.txt

1 line
881 B
Plaintext

\v 15 ບັດນີ້ພຣະທຳຂອງພຣະຢາເວມາຍັງເຢເຣມີຢາ ຂະນະທີ່ເພິ່ນຖືກຂັງຢູ່ໃນບໍລິເວນທະຫານຮັກສາພະອົງ, ກ່າວວ່າ, \v 16 “ຈົ່ງໄປບອກເອເບັດເມເລັກຄົນເອທີໂອເປຍວ່າ, ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະໃຫ້ຖ້ອຍຄຳຂອງເຮົາທີ່ມີຢູ່ຕໍ່ນະຄອນນີ້ສຳເລັດໃນທາງຮ້າຍ ບໍ່ແມ່ນທາງດີ ແລະ ຈະສຳເລັດຕໍ່ຫນ້າພວກເຈົ້າໃນມື້ນັ້ນ.