lo_jer_text_ulb_l3/42/01.txt

1 line
1.4 KiB
Plaintext

\c 42 \v 1 ຈາກນັ້ນ ບັນດາຫົວຫນ້າຂອງກອງທະຫານ ແລະໂຢຮານານລູກຊາຍກາເຣອາ ແລະເຢຊານີຢາລູກຊາຍໂຮຊາຢາ ແລະປະຊາຊົນທັງປວງຈາກຜູ້ນ້ອຍທີ່ສຸດເຖິງຜູ້ໃຫຍ່ທີ່ສຸດໄດ້ເຂົ້າມາຫາເຢເຣມີຢາຜູ້ປະກາດພຣະທຳ. \v 2 ພວກເຂົາເວົ້າກັບເພີ່ນວ່າ, “ຂໍໃຫ້ຄຳອ້ອນວອນຂອງພວກຂ້ານ້ອຍທັງຫລາຍເປັນທີ່ຍອມຮັບຕໍ່ຫນ້າທ່ານເຖີດ. ຂໍມໃຫ້ທ່ານອະທິຖານ ເພື່ອເຮົາທັງຫລາຍຕໍ່ພຣະຢາເວພຣະເຈົ້າຂອງທ່ານ ເພື່ອຄົນທີ່ເຫລືອຢູ່ທັງຫມົດ ເພາະພວກເຮົາມີຈຳນວນຫນ້ອຍຄົນຢ່າງທີ່ທ່ານເຫັນ. \v 3 ຂໍທູນຖາມພຣະຢາເວພຣະເຈົ້າຂອງທ່ານສະແດງຫົນທາງແກ່ເຮົາວ່າ ເຮົາຄວນຈະໄປທາງໃດ ແລະຂໍສະແດງສິ່ງທີ່ເຮົາຄວນຈະເຮັດ.”