lo_jer_text_ulb_l3/22/01.txt

1 line
1.4 KiB
Plaintext

\c 22 \v 1 ນີ້ຄືສິ່ງທີ່ພຣະຢາເວຊົງກ່າວດັ່ງນີ້ວ່າ, “ຈົ່ງລົງໄປຍັງລາຊະສຳນັກຂອງກະສັດຢູດາ ແລະກ່າວຖ້ອຍຄຳເຫລົ່ານີ້ບ່ອນນັ້ນ. \v 2 ວ່າ, ‘ຂ້າແດ່ກະສັດແຫ່ງຢູດາ ຜູ້ປະທັບເທິງພະທີ່ນັ່ງຂອງດາວິດ ຈົ່ງຟັງພຣະທຳຂອງພຣະຢາເວ ທັງຕົວທ່ານ, ຂ້າລາຊະການຂອງທ່ານ, ແລະປະຊາຊົນຂອງທ່ານຜູ້ເຂົ້າມາໃນປະຕູເມືອງນີ້. \v 3 ພຣະຢາເວຊົງກ່າວດັ່ງນີ້ວ່າ, “ຈົ່ງເຮັດຄວາມຍຸດຕິທຳ ແລະຄວາມຊອບທຳ, ແລະຈົ່ງຊ່ວຍຜູ້ທີ່ຖືກປຸ້ນໃຫ້ພົ້ນມືຂອງຜູ້ທີ່ກົດຂີ່ຂົ່ມເຫງ, ຢ່າໄດ້ເຮັດຄວາມຜິດ ຫລືຄວາມທາລຸນແກ່ຊົນຕ່າງດ້າວ, ລູກກຳພ້າພໍ່, ແລະແມ່ຫມ້າຍ ຫລືຫລັ່ງເລືອດທີ່ຂາດຄວາມຜິດໃນສະຖານທີ່ນີ້.