lo_jer_text_ulb_l3/48/08.txt

1 line
1.1 KiB
Plaintext

\v 8 ຜູ້ທຳລາຍຈະມາເຫນືອເມືອງທຸກເມືອງ; ບໍ່ມີເມືອງໃດຈະລອດພົ້ນໄປໄດ້. ພູພຽງຈະຕ້ອງພິນາດ ແລະທົ່ງພຽງຈະຕ້ອງຖືກທຳລາຍ, ດັ່ງທີ່ພຣະຢາເວຊົງກ່າວພຣະຄຳເວົ້າໄວ້. \v 9 ຈົ່ງໃຫ້ປີກແກ່ໂມອາບ, ເພາະວ່າມັນຈະບິນໄປຢ່າງແນ່ນອນ. ຫົວເມືອງຂອງມັນຈະກາຍເປັນທີ່ຮົກຮ້າງ, ບໍ່ມີຄົນອາໄສຢູ່ໃນເມືອງເຫລົ່ານັ້ນເລີຍ. \v 10 ຂໍໃຫ້ຄົນກຽດຄ້ານໃນການເຮັດວຽກຂອງພຣະຢາເວຢ່າງຖືກສາບແຊ່ງ! ຂໍໃຫ້ຜູ້ທີ່ກັນບໍ່ໃຫ້ດາບຂອງຕົນເຮັດໃຫ້ຄົນເລືອດຕົກຖືກສາບແຊ່ງ!