lo_jer_text_ulb_l3/46/20.txt

1 line
1.2 KiB
Plaintext

\v 20 ເອຢິບເປັນເຫມືອນງົວສາວໂຕງາມ, ແຕ່ແມງທີ່ຕອດກຳລັງມາຈາກທິດເຫນືອ. ມັນກຳລັງມາເຖິງ. \v 21 ພວກທະຫານຮັບຈ້າງທີ່ຢູ່ທ່າມກາງນາງ ກໍເຫມືອນລູກງົວທີ່ໄດ້ຜູກໄວ້, ແຕ່ພວກເຂົາຖອຍຫລັງກັບ ແລະຫນີໄປນຳກັນ. ພວກເຂົາຈະບໍ່ຕໍ່ຕ້ານເພາະວັນແຫ່ງໄພພິບັດໄດ້ມາເຫນືອພວກເຂົາ, ເປັນເວລາແຫ່ງການລົງໂທດພວກເຂົາ. \v 22 ເອຢິບເຮັດສຽງເຫມືອນງູທີ່ກຳລັງເລືອອອກໄປ, ເພາະສັດຕູຂອງນາງຈະຍ່າງຂະບວນເຂົ້າມາດ້ວຍກຳລັງທັບ ແລະມາສູ້ກັບນາງ. ພວກເຂົາກຳລັງມຸ່ງຫນ້າໄປຫານາງ ເຫມືອນຢ່າງຄົນເຫລົ່ານັ້ນທີ່ປ້ຳຕົ້ນໄມ້ລົງດ້ວຍຂວານ.