lo_jer_text_ulb_l3/46/13.txt

1 line
830 B
Plaintext

\v 13 ນີ້ເປັນພຣະທຳຊຶ່ງພຣະຢາເວກ່າວກັບເຢເຣມີຢາຜູ້ປະກາດພຣະທຳ ເມື່ອເນບູກາດເນັດຊາກະສັດແຫ່ງບາບີໂລນໄດ້ມາ ແລະໂຈມຕີແຜ່ນດິນເອຢິບ ວ່າ: \v 14 “ຈົ່ງປະກາດໃນເອຢິບ ແລະ ປ່າວປະກາດໃນມິກໂດນ, ຈົ່ງປະກາດໃນເມັມຟິດ, ແລະຕະປັນ-ເຂດ. ຈົ່ງເຂົ້າປະຈຳທີ່ ແລະຕຽມຕົວເຈົ້າເອງໃຫພ້ອມໄວ້ ແລະຕຽມຕົວພ້ອມ, ເພາະວ່າດາບຈະກິນຢູ່ຮອບຕົວພວກເຈົ້າ.