lo_jer_text_ulb_l3/27/16.txt

1 line
2.0 KiB
Plaintext

\v 16 \v 17 \v 18 16ຂ້າ¬ພະ¬ເຈົ້າກໍໄດ້ເວົ້າກັບປະ¬ໂລ¬ຫິດ ແລະປະ¬ຊາ¬ຊົນທັງໝົດວ່າ “ພຣະ¬ຜູ້¬ເປັນ¬ເຈົ້າກ່າວດັ່ງ¬ນີ້ວ່າ ຢ່າເຊື່ອຟັງຖ້ອຍຄຳຂອງຜູ້ປະ¬ກາດພຣະ¬ທຳຂອງເຈົ້າ ຊຶ່ງທຳນວຍໃຫ້ແກ່ເຈົ້າວ່າ ‘ເບິ່ງແມ ອີກບໍ່ດົນ ເຂົາຈະນຳເຄື່ອງ¬ໃຊ້ຂອງພຣະ¬ນິ¬ເວດແຫ່ງພຣະ¬ຜູ້-ເປັນ¬ເຈົ້າກັບມາຈາກກຸງບາ¬ບີ¬ໂລນ’ ເພາະຊຶ່ງພວກເຂົາກ່າວທຳນວຍແກ່ທ່ານນັ້ນກໍເປັນ¬ຄວາມບໍ່ຈິງ 17ຢ່າເຊື່ອຟັງພວກເຂົາ ຈົ່ງບົວ¬ລະ¬ບັດກະ¬ສັດແຫ່ງບາ¬ບີ¬ໂລນແລະມີຊີ¬ວິດຢູ່ ເປັນຫຍັງເມືອງນີ້ຈະຮົກຮ້າງເສຍ 18ຖ້າພວກເຂົາເຫລົ່າ¬ນັ້ນເປັນຜູ້ປະ-ກາດພຣະ¬ທຳ ແລະຖ້າພຣະ¬ທຳຂອງພຣະ¬ຜູ້¬ເປັນ¬ເຈົ້າຢູ່ກັບພວກເຂົາ ກໍຂໍໃຫ້ພວກເຂົາທູນອ້ອນ¬ວອນຕໍ່ພຣະ¬ຜູ້¬ເປັນ¬ເຈົ້າຈອມໂຍ¬ທາວ່າ ໃຫ້ເຄື່ອງ¬ໃຊ້ຊຶ່ງຍັງເຫລືອຢູ່ໃນພຣະ¬ນິ¬ເວດຂອງພຣະ¬ຜູ້¬ເປັນ¬ເຈົ້າ ແລະໃນພະ¬ລາ¬ຊະ¬ວັງຂອງກະ¬ສັດແຫ່ງຢູ¬ດາ ແລະໃນກຸງເຢ¬ຣູ¬ຊາ¬ເລັມ ຢ່າໃຫ້ໄປຍັງບາ¬ບີ¬ໂລນ