lo_jer_text_ulb_l3/27/09.txt

1 line
1.5 KiB
Plaintext

\v 9 \v 10 \v 11 9ເພາະ¬ສະ¬ນັ້ນ ຢ່າຟັງຜູ້ປະ¬ກາດພຣະ¬ທຳ ຫລືພວກຜູ້ທຳນວຍ ຫລືຄົນຊ່າງຝັນຂອງເຈົ້າ ຫລືໝໍ¬ດູ ຫລືນັກເວດ¬ມົນຄາ¬ຖາຂອງເຈົ້າ ຜູ້ຊຶ່ງກ່າວແກ່ເຈົ້າວ່າ “ທ່ານຈະບໍ່ບົວ-ລະ¬ບັດກະ¬ສັດແຫ່ງກຸງບາ¬ບີ¬ໂລນດອກ” 10ເພາະຊຶ່ງເຂົາທຳນວຍໃຫ້ທ່ານນັ້ນເປັນ-ຄວາມບໍ່ຈິງ ອັນຍັງເຮັດໃຫ້ທ່ານຕ້ອງໂຍກຍ້າຍໄກໄປຈາກແຜ່ນ¬ດິນຂອງຕົນ ແລະເຮົາຈະຂັບໄລ່ທ່ານອອກໄປ ແລະທ່ານຈະພິ¬ນາດ 11ແຕ່ປະ¬ຊາ¬ຊາດໃດຊຶ່ງເອົາຄໍຂອງຕົນວາງໄວ້ໃຕ້ແອກຂອງກະ¬ສັດແຫ່ງບາ¬ບີ¬ໂລນ ແລະບົວ¬ລະ¬ບັດເພິ່ນ ເຮົາຈະປະຜູ້ນັ້ນໄວ້ເທິງແຜ່ນ¬ດິນຂອງລາວ ເພື່ອໃຫ້ເຮັດໄຮ່ໄຖນາແລະໃຫ້ອາ¬ໄສຢູ່ບ່ອນນັ້ນ ພຣະ¬ຜູ້¬ເປັນ¬ເຈົ້າກ່າວດັ່ງ¬ນີ້ແຫລະ’”