lo_jer_text_ulb_l3/27/05.txt

1 line
1.4 KiB
Plaintext

\v 5 \v 6 \v 7 5ນີ້ຄືເຮົາເອງ ຜູ້ໄດ້ສ້າງໂລກ ທັງມະ¬ນຸດ ແລະສັດຊຶ່ງຢູ່ເທິງພື້ນດິນ ດ້ວຍລິດ¬ທາ¬ນຸ-ພາບອັນຍິ່ງໃຫຍ່ ແລະດ້ວຍແຂນທີ່ຢຽດອອກຂອງເຮົາ ແລະເຮົາຈະໃຫ້ແກ່ຜູ້ໃດກໍໄດ້ສຸດແຕ່ເຮົາເຫັນດີ 6ບັດນີ້ ເຮົາໄດ້ໃຫ້ແຜ່ນ¬ດິນເຫລົ່ານີ້ທັງໝົດໄວ້ໃນມືຂອງເນ¬ບູ-ກາດ¬ເນັດ¬ຊາ ກະ¬ສັດແຫ່ງບາ¬ບີ¬ໂລນ ຜູ້ຮັບໃຊ້ຂອງເຮົາ ແລະເຮົາໄດ້ໃຫ້ສັດ¬ປ່າທົ່ງແກ່ລາວເພື່ອຈະບົວ¬ລະ¬ບັດລາວ 7ບັນ¬ດາປະ¬ຊາ¬ຊາດທັງໝົດຈະຕ້ອງບົວ¬ລະ¬ບັດຕົວລາວ ລູກ ແລະຫລານຂອງລາວ ຈົນກວ່າເວ¬ລາກຳ¬ນົດແຫ່ງແຜ່ນ¬ດິນຂອງລາວເອງຈະມາເຖິງ ແລ້ວຫລາຍປະ¬ຊາ¬ຊາດ ແລະບັນ¬ດາມະ¬ຫາກະ¬ສັດຈະເຮັດໃຫ້ລາວເປັນຂ້າທາດຂອງພວກເຂົາທັງ¬ຫລາຍ