lo_jer_text_ulb_l3/25/27.txt

1 line
1.6 KiB
Plaintext

\v 27 \v 28 \v 29 27“ແລ້ວເຈົ້າຈົ່ງເວົ້າກັບພວກເຂົາວ່າ ‘ພຣະ¬ຜູ້¬ເປັນ¬ເຈົ້າຈອມໂຍ¬ທາ ພຣະ¬ເຈົ້າແຫ່ງອິ¬ສຣາ¬ເອນກ່າວດັ່ງ¬ນີ້ວ່າ ຈົ່ງດື່ມໃຫ້ເມົາແລ້ວຮາກອອກ ຈົ່ງລົ້ມລົງ ແລະຢ່າລຸກ¬ຂຶ້ນອີກເລີຍ ເນື່ອງດ້ວຍດາບຊຶ່ງເຮົາຈະສົ່ງມາທ່າມ¬ກາງເຈົ້າທັງ¬ຫລາຍ’ 28ແລະຖ້າພວກເຂົາປະ¬ຕິ¬ເສດບໍ່ຮັບຖ້ວຍຈາກມືຂອງເຈົ້າດື່ມ ເຈົ້າຈົ່ງເວົ້າກັບພວກເຂົາວ່າ ‘ພຣະ¬ຜູ້-ເປັນ¬ເຈົ້າຈອມໂຍ¬ທາກ່າວດັ່ງ¬ນີ້ວ່າ ເຈົ້າຈະຕ້ອງດື່ມ 29ເພາະ ເບິ່ງແມ ເຮົາໄດ້ເລີ່ມລົງ-ໂທດເມືອງຊຶ່ງເອີ້ນຕາມນາມຂອງເຮົາແລ້ວ ແລະເຈົ້າຈະລອຍນວນໄປໄດ້ໂດຍບໍ່ຖືກໂທດບໍ ພຣະ¬ຜູ້¬ເປັນ¬ເຈົ້າຈອມໂຍ¬ທາກ່າວວ່າ ເຈົ້າຈະລອຍນວນໄປບໍ່ໄດ້ ເພາະເຮົາຈະເອີ້ນດາບເຫລັ້ມຫນຶ່ງມາເຫນືອຊາວແຜ່ນ¬ດິນໂລກທັງໝົດ’