lo_jer_text_ulb_l3/22/24.txt

1 line
1.3 KiB
Plaintext

\v 24 \v 25 \v 26 24ພຣະ¬ຜູ້¬ເປັນ¬ເຈົ້າກ່າວວ່າ “ເຮົາມີຊີ¬ວິດຢູ່ສັນ¬ໃດ ເຖິງວ່າໂກ¬ນີ¬ຢາ ລາ¬ຊະ¬ບຸດຂອງເຢ-ໂຮ¬ຢາ¬ກີມ ກະ¬ສັດແຫ່ງຢູ¬ດາ ເປັນແຫວນປະ¬ທັບຢູ່ທີ່ມືຂວາຂອງເຮົາ ເຖິງປານນັ້ນເຮົາຈະຖອດອອກເສຍ 25ແລະມອບເຈົ້າໄວ້ໃນມືຂອງຄົນເຫລົ່າ¬ນັ້ນທີ່ສະ¬ແຫວງ¬ຫາຊີ-ວິດຂອງເຈົ້າ ໃນມືຂອງຄົນເຫລົ່າ¬ນັ້ນຊຶ່ງພວກເຈົ້າຢ້ານໜ້າຕາຂອງພວກເຂົາ ຄືໃນມືຂອງເນ¬ບູ¬ກາດ¬ເນັດ¬ຊາກະ¬ສັດແຫ່ງບາ¬ບີ¬ໂລນ ແລະໃນມືຂອງຄົນບາ¬ບີ¬ໂລນ 26ເຮົາຈະໂຍນເຈົ້າ ແລະແມ່ຜູ້ເກີດເຈົ້າໄປຍັງອີກປະ¬ເທດຫນຶ່ງ ຊຶ່ງເຈົ້າບໍ່ໄດ້ເກີດບ່ອນນັ້ນ ແລະເຈົ້າຈະຕາຍບ່ອນນັ້ນ