lo_jer_text_ulb_l3/19/06.txt

1 line
1.7 KiB
Plaintext

\v 6 \v 7 \v 8 \v 9 6ດັ່ງ¬ນີ້ແຫລະ ເຮົາ ພຣະ¬ຜູ້¬ເປັນ¬ເຈົ້າຈຶ່ງກ່າວວ່າ ເມື່ອເວ¬ລານັ້ນມາເຖິງ ສະ¬ຖານ¬ທີ່ນີ້ຈະບໍ່ໄດ້ເອີ້ນວ່າໂຕ¬ເຟັດ ຫລືຮ່ອມພູເບັນຮິນ¬ໂນມອີກ ແຕ່ຈະຖືກເອີ້ນວ່າຮ່ອມພູແຫ່ງການຂ້າຟັນກັນ. 7ໃນສະ¬ຖານ¬ທີ່ນີ້ເຮົາຈະທຳ¬ລາຍແຜນ¬ການທັງປວງຂອງຊາວຢູ-ດາ ແລະຊາວເຢ¬ຣູ¬ຊາ¬ເລັມ ຈະໃຫ້ສັດ¬ຕູຂອງພວກເຂົາມີ¬ໄຊ¬ຊະ¬ນະ ແລະຂ້າເຂົາຕາຍໃນສະ¬ຫນາມ¬ຮົບ ຈະໃຫ້ນົກແລະສັດ¬ປ່າທັງ¬ຫລາຍກິນຊາກສົບຂອງພວກເຂົາ. 8ຈະນຳໄພ¬ພິ¬ບັດອັນໜ້າຢ້ານເຊັ່ນນີ້ມາຍັງເມືອງນີ້ ເພື່ອທຸກ ຄົນທີ່ຍ່າງຜ່ານໄປມາຈະໄດ້ຕົກ¬ໃຈ ແລະອັດ¬ສະ¬ຈັນໃນເຫດ¬ການທີ່ເກີດຂຶ້ນ. 9ເມື່ອເວ¬ລາສັດ¬ຕູປິດລ້ອມເມືອງ ແລະຈະຂ້າພວກເຂົານັ້ນ ເຮົາຈະເຮັດໃຫ້ຜູ້ທີ່ອາ¬ໄສຢູ່ໃນນັ້ນກິນລູກຂອງຕົນ ແລະກິນເພື່ອນບ້ານເປັນອາ¬ຫານໃນເວ¬ລາຄັບ¬ຂັນ.”