lo_jer_text_ulb_l3/13/25.txt

1 line
1.3 KiB
Plaintext

\v 25 \v 26 \v 27 25ນີ້ເປັນສ່ວນຂອງເຈົ້າ ເປັນສ່ວນທີ່ເຮົາໄດ້ຕວງອອກໃຫ້ແກ່ເຈົ້າ” ພຣະ¬ຜູ້¬ເປັນ¬ເຈົ້າກ່າວດັ່ງ¬ນີ້ແຫລະ “ເພາະເຈົ້າໄດ້ລືມເຮົາເສຍ ແລະໄວ້ວາງ¬ໃຈໃນການຂີ້ຕົວະ 26ສະ-ນັ້ນ ເຮົາເອງຈະແກ້ເສື້ອຄຸມຂອງເຈົ້າມາປົກໜ້າເຈົ້າ ຄືໃຫ້ເຫັນຄວາມອັບ¬ອາຍຂາຍ-ໜ້າຂອງເຈົ້າ 27ເຮົາໄດ້ເຫັນການລ່ວງປະ¬ເວ¬ນີຂອງເຈົ້າ ການຄວນຫາ ການຫລິ້ນຊູ້ແກ່ລາ¬ຄະຕັນ¬ຫາຂອງເຈົ້າ ແລະການໜ້າກຽດຊັງຂອງເຈົ້າ ເທິງໂນນພູທັງ¬ຫລາຍໃນທົ່ງນາ ໂອ ເຢ¬ຣູ¬ຊາ¬ເລັມເອີຍ ວິ¬ບັດແກ່ເຈົ້າ ອີກດົນຈັກເທົ່າ¬ໃດເຈົ້າຈຶ່ງຈະຍອມເຮັດໃຫ້ເຈົ້າສະ¬ອາດໄດ້”