lo_jer_text_ulb_l3/06/16.txt

14 lines
1.7 KiB
Plaintext

\v 16 \v 17 \v 18 \v 19 16ພຣະ¬ຜູ້¬ເປັນ¬ເຈົ້າຊົງກ່າວຕໍ່ໄພ່ພົນຂອງພຣະ¬ອົງວ່າ,
“ພວກເຈົ້າຈົ່ງຢືນຢູ່ໃນທາງສີ່ແຍກ
ໃຫ້ຖາມຫາທາງດີ ຄືທາງເກົ່ານັ້ນຢູ່ໃສ?
ແລ້ວໃຫ້ຍ່າງເຂົ້າໄປໃນທາງນັ້ນພວກເຈົ້າຈະມີຄວາມສະຫງົບສຸກ
ແຕ່ພວກເຈົ້າໄດ້ເວົ້າວ່າ ພວກເຮົາຈະບໍ່ຍ່າງເຂົ້າໄປໃນທາງນັ້ນ.
17 ເຮົາໄດ້ແຕ່ງຄົນເຝົ້າຍາມ
ເພື່ອເປົ່າແກເຕືອນພວກເຈົ້າ
ແຕ່ພວກເຈົ້າໄດ້ເວົ້າວ່າ ພວກເຮົາຈະບໍ່ຟັງ.
18 ດ້ວຍເຫດນີ້ ຊາດຕ່າງໆ ເອີຍ ຈົ່ງຟັງ
ແລະຮັບຮູ້ເທີ້ນວ່າອັນໃດຈະເກີດຂຶ້ນແກ່ໄພ່ພົນຂອງເຮົາ.
19 ໂລກເອີຍຈົ່ງຟັງເທີ້ນ ເຮົາຈະນຳເອົາໄພພິບັດມາຍັງປະຊາຊົນເຫລົ່ານີ້
ຄືໄພພິບັດທີ່ພວກເຂົາສົມຄວນຈະໄດ້ຮັບ
ເພາະວ່າພວກເຂົາບໍ່ເຊື່ອຟັງຖ້ອຍຄຳຂອງເຮົາ
ແລະບໍ່ສົນໃຈເຊື່ອຟັງຄຳສອນຂອງເຮົາ.