lo_jer_text_ulb_l3/05/04.txt

1 line
1.8 KiB
Plaintext

\v 4 \v 5 \v 6 4ແລ້ວຂ້າ¬ພະ¬ເຈົ້າຈຶ່ງທູນວ່າ “ແນ່¬ນອນຄົນເຫລົ່ານີ້ເປັນແຕ່ຜູ້ນ້ອຍ ເຂົາ¬ເຈົ້າໂງ່ຈ້າ ເພາະບໍ່ຮູ້¬ຈັກເສັ້ນ¬ທາງຂອງພຣະ¬ຜູ້¬ເປັນ¬ເຈົ້າ ບໍ່ຮູ້¬ຈັກຄຳຕັດ¬ສິນຂອງພຣະ¬ເຈົ້າຂອງຕົນ 5ຂ້າ¬ພະ¬ອົງຈະໄປຫາພວກຜູ້ໃຫຍ່ ແລະຈະເວົ້າກັບພວກເຂົາທັງ¬ຫລາຍ ເພາະພວກເຂົາຮູ້¬ຈັກເສັ້ນ¬ທາງຂອງພຣະ¬ຜູ້¬ເປັນ¬ເຈົ້າ ແລະຮູ້¬ຈັກຄຳຕັດ¬ສິນຂອງພຣະ¬ເຈົ້າຂອງຕົນ” ແຕ່ພວກເຂົາທຸກຄົນກໍໄດ້ຫັກແອກເສຍ ໄດ້ລະ¬ເມີດພັນ¬ທະສັນ¬ຍາເສຍ 6ເພາະ¬ສະ¬ນັ້ນ ໂຕສິງຈາກປ່າຈະມາສັງ¬ຫານພວກເຂົາ ຫມາປ່າແຫ່ງຕອນຄ່ຳຈະທຳ-ລາຍພວກເຂົາ ເສືອດາວຈະເຝົ້າຫົວເມືອງທັງ¬ຫລາຍຂອງພວກເຂົາ ທຸກຄົນທີ່ໄປຈາກເມືອງເຫລົ່າ¬ນັ້ນຈະຖືກຈີກເປັນຕ່ອນ ເພາະ¬ວ່າຄວາມລະ¬ເມີດຂອງຕົນກໍຫລວງ¬ຫລາຍ ການບໍ່ສັດ¬ຊື່ຂອງພວກເຂົາກໍໃຫຍ່ຫລາຍ ຄວາມບາບຂອງຢູ¬ດາ ຄືການລ່ວງປະ¬ເວ¬ນີ