lo_jer_text_ulb_l3/04/04.txt

13 lines
1.5 KiB
Plaintext

\v 4 \v 5 \v 6 4 ຊາວຢູ¬ດາ ແລະເຢ¬ຣູ¬ຊາ¬ເລັມເອີຍ
ຈົ່ງຮັກສາຄຳໝັ້ນສັນຍາທີ່ເຈົ້າມີຕໍ່ເຮົາພຣະ¬ຜູ້¬ເປັນ¬ເຈົ້າຂອງເຈົ້າ
ແລະຈົ່ງມອບຈິດໃຈຂອງເຈົ້າໃຫ້ແກ່ເຮົາ
ຢ້ານວ່າຄວາມຄຽດຮ້າຍຂອງເຮົາຈະເຜົາໄໝ້ເໝືອນໄຟ
ເນື່ອງຈາກຄວາມຊົ່ວທີ່ພວກເຈົ້າໄດ້ເຮັດ
ໄຟນັ້ນຈະເຜົາໄໝ້ແລະຈະບໍ່ມີໃຜມອດໄດ້. 5 ຈົ່ງເປົ່າແກໃຫ້ດັງໄປທົ່ວປະເທດ
ໃຫ້ຮ້ອງສຽງດັງຊັດແຈ້ງ
ເພື່ອບອກປະຊາຊົນຢູ¬ດາ ແລະເຢ¬ຣູ¬ຊາ¬ເລັມ
ແລ່ນເຂົ້າໄປໃນເມືອງທີ່ມີປ້ອມປ້ອງກັນ.
6 ໃຫ້ຍົກທຸງມຸ່ງໜ້າໄປຍັງເມືອງຊີ¬ໂອນ
ຈົ່ງແລ່ນໄປໃຫ້ພົ້ນ ຢ່າຊ້າຢູ່
ພຣະ¬ຜູ້¬ເປັນ¬ເຈົ້າຈະນຳເອົາຄວາມຮ້າຍ
ແລະການທຳລາຍອັນຍິ່ງໃຫຍ່ມາຈາກທາງເຫນືອ.