lo_jer_text_ulb_l3/02/07.txt

1 line
1.1 KiB
Plaintext

\v 7 ແຕ່ເຮົາໄດ້ນຳພວກເຂົາເຂົ້າມາໃນດິນແດນທີ່ອຸດົມສົມບູນ, ເພື່ອກິນຜົນລະປູກ ແລະ ບັນດາສິ່ງທີ່ດີ! ແຕ່ພວກເຈົ້າໄດ້ເຂົ້າ ພວກເຈົ້າໄດ້ເຮັດໃຫ້ແຜ່ນດິນຂອງເຮົາເປັນມົນທິນ, ແລະເຮັດໃຫ້ມໍລະດົກຂອງເຮົາເປັນສິ່ງນ່າລັງກຽດ! \v 8 ພວກປະໂລຫິດບໍ່ໄດ້ກ່າວວ່າ, 'ພຣະຢາເວຊົງຢູ່ທີ່ໃດ?' ແລະຄົນເຫລົ່ານັ້ນທີ່ຊ່ຽວຊານເລື່ອງທຳມະບັນຍັດກໍບໍ່ໄດ້ໃສ່ໃຈເຮົາ! ບັນດາຜູ້ປົກຄອງກໍເປັນກະບົດຕໍ່ສູ້ເຮົາ. ຜູ້ປະກາດພຣະທຳກໍປະກາດໃນນາມຂອງພະບາອານ ແລະ ຕິດຕາມສິ່ງທີ່ບໍ່ມີປະໂຫຍດ.