lo_jer_text_ulb_l3/14/13.txt

1 line
1.3 KiB
Plaintext

\v 13 ແລ້ວຂ້ານ້ອຍໄດ້ກ່າວວ່າ, “ໂອ, ຂ້າແດ່ພຣະຢາເວອົງພຣະຜູ້ເປັນເຈົ້າ! ເບິ່ງດຸ, ພວກຜູ້ປະກາດພຣະຄຳກຳລັງກ່າວກັບປະຊາຊົນວ່າ, ‘ພວກເຈົ້າຈະບໍ່ເຫັນດາບ ຫລື ການອຶດຢາກດອກ, ເພາະເຮົາຈະໃຫ້ຄວາມຫມັ້ນຄົງແກ່ພວກເຈົ້າໃນສະຖານທີ່ນີ້.’” \v 14 ພຣະຢາເວໄດ້ຊົງຕອບວ່າ, “ພວກຜູ້ປະກາດພຣະທັມຈະໃຊ້ນາມຂອງເຮົາເວົ້າຄຳຕົວະ. ເຮົາບໍ່ໄດ້ໃຊ້ໃຫ້ພວກເຂົາໄປ, ເຮົາບໍ່ໄດ້ບັນຊາໃຫ້ພວກເຂົາ ຫລືເວົ້າກັບພວກເຂົາ. ແຕ່ການເຜີຍນິມິດບໍ່ຈິງ ແລະບໍ່ມີປະໂຫຍດ, ການທຳນາຍທີ່ຫລອກຫລວງມາຈາກຈິດໃຈຂອງພວກເຂົາເອງ ທີ່ພວກເຂົາກຳລັງທຳນາຍໃຫ້ແກ່ພວກເຈົ້າ.”