lo_jer_text_ulb_l3/06/16.txt

1 line
1.7 KiB
Plaintext
Raw Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 16 ພຣະຢາເວຊົງກ່າວດັ່ງນີ້ວ່າ, “ຈົ່ງຢືນຢູ່ທີ່ທາງສີ່ແຍກແລະເບິ່ງໃຫ້ດີ; ຈົ່ງຖາມຫາທາງໂບຮານນັ້ນວ່າ, ‘ທາງດີຢູ່ໃສ? ແລ້ວໃຫ້ຍ່າງເຂົ້າໄປໃນທາງນັ້ນ ແລະພວກເຈົ້າຈະພົບຄວາມສະຫງົບສຸກ. ແຕ່ພວກເຈົ້າໄດ້ເວົ້າວ່າ, ‘ພວກເຮົາຈະບໍ່ຍ່າງເຂົ້າໄປໃນທາງນັ້ນ. \v 17 ເຮົາໄດ້ແຕ່ງຄົນເຝົ້າຍາມໄວ້ສຳລັບພວກເຈົ້າ ເພື່ອຟັງສຽງແກ. ແຕ່ພວກເຂົາທັງຫລາຍໄດ້ເວົ້າວ່າ, ‘ພວກເຮົ າຈະບໍ່ຟັງ. \v 18 ດ້ວຍເຫດນີ້, ຊາດຕ່າງໆເອີຍ, ຈົ່ງຟັງ! ຮັບຮູ້ເທີ້ນວ່າອັນໃດຈະເກີດຂຶ້ນແກ່ພວກເຂົາ. \v 19 ຈົ່ງຟັງເທີ້ນ, ແຜ່ນດິນໂລກເອີຍ! ເບິ່ງແມ, ເຮົາກຳລັງຈະນຳເອົາໄພພິບັດມາຍັງປະຊາຊົນເຫລົ່ານີ້—ຜົນແຫ່ງຄວາມຄິດທັງຫລາຍຂອງພວກເຂົາ. ພວກເຂົາບໍ່ເຊື່ອຟັງຖ້ອຍຄຳຂອງເຮົາ ຫລືບັນຍັດຂອງເຮົາ, ແຕ່ພວກເຂົາພັດປະຕິເສດເສຍ.”