lo_jer_text_ulb_l3/44/11.txt

1 line
1.4 KiB
Plaintext

\v 11 ເພາະສະນັ້ນ ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ຈຶ່ງກ່າວດັ່ງນີ້ວ່າ, “ເບິ່ງແມ, ເຮົາຈະມຸ່ງໜ້າຂອງເຮົາຕໍ່ສູ້ພວກເຈົ້າໃຫ້ເກີດການຮ້າຍ ແລະຈະຕັດຢູດາອອກເສຍໃຫ້ຫມົດສິ້ນ. \v 12 ເພາະເຮົາຈະນຳເອົາປະຊາຊົນຢູດາທີ່ເຫລືອຢູ່ ຜູ້ທີ່ໄດ້ອອກເດີນທາງມຸ່ງໜ້າໄປແຜ່ນດິນເອຢິບເພື່ອຈະອາໄສຢູ່ນັ້ນ. ພວກເຂົາທັງຫລາຍຈະຖືກຜານດ້ວຍດາບ ແລະ ດ້ວຍການອຶດຫິວອາຫານ ຕັ້ງແຕ່ຄົນເລັກນ້ອຍທີ່ສຸດຈົນເຖິງຄົນໃຫຍ່ໂຕທີ່ສຸດ ພວກເຂົາຈະຕາຍດ້ວຍດາບ ແລະດ້ວຍການອຶດຫິວອາຫານ. ພວກເຂົາຈະກາຍເປັນຄຳສາບ, ເປັນທີ່ໜ້າປະຫລາດໃຈ, ເປັນຄຳສາບແຊ່ງ, ແລະເປັນທີ່ນິນທາ, ແລະ ສິ່ງທີ່ຫນ້າຢ້ານກົວ.