lo_jer_text_ulb_l3/52/17.txt

1 line
1.9 KiB
Plaintext

\v 17 ສ່ວນບັນດາເສົາກັບຕີນເສົາ ແລະຂັນທອງສຳລິດໃນພຣະວິຫານຂອງພຣະຢາເວ ແລະແທ່ນທັງຫລາຍ ແລະອ່າງທອງແດງ ທີ່ຢູ່ໃນພຣະວິຫານຂອງພຣະຢາເວ ຄົນເຄນເດຍໄດ້ຫັກເປັນທ່ອນ ແລ້ວຂົນເອົາທອງສຳລິດທັງຫມົດໄປຍັງບາບີໂລນ. \v 18 ພວກເຂົາຍັງໄດ້ຂົນເອົາເຄື່ອງໃຊ້ເຫລົ່ານີ້ໄປ ຄືບັນດາຫມໍ້, ສຽມ, ຊວ້ານ, ຖາດແລະມີດຕັດໄສ້ຕະກຽງ ໂອໃສ່ເລືອດເວລາຂ້າສັດຖວາຍບູຊາ ຫມໍ້ສຳລັບເຄື່ອງຫອມບູຊາ ແລະເຄື່ອງທອງສຳລິດທັງຫມົດທີ່ປະໂລຫິດໃຊ້ໃນພິທີການຂອງພຣະວິຫານ—ຜູ້ບັນຊາການທະຫານຮັກສາພະອົງໄດ້ກວາດເອົາໄປ. \v 19 ພວກເຂົາໄດ້ຂົນເອົາທຸກສິ່ງທີ່ເຮັດດ້ວຍຄຳ ຫລືເງິນໄປ ຄື ຫມໍ້ນ້ອຍ ອ່າງໃສ່ຖ່ານຫີນ ໂອໃສ່ເລືອດ ຄຸໃສ່ຂີ້ເທົ່າໄຟ ຕີນຕະກຽງ ຖາດເຄື່ອງຫອມບູຊາ ຈອກເຄື່ອງດື່ມບູຊາ ເຄື່ອງທອງສຳລິດທີ່ກະສັດໂຊໂລໂມນເຮັດໄວ້ໃນພຣະວິຫານ—ຜູ້ບັນຊາການທະຫານຮັກສາພະອົງໄດ້ກວາດເອົາໄປ.