lo_jer_text_ulb_l3/52/09.txt

1 line
1.1 KiB
Plaintext

\v 9 ພວກເຂົາໄດ້ຈັບເຊເດກີຢາ ແລະ ໄດ້ນຳພະອົງມາມອບໃຫ້ກະສັດເນບູກາດເນັດຊາ ຢູ່ເມືອງຣິບລາໃນດິນແດນຮຳມາດ, ບ່ອນທີ່ກະສັດອົງນັ້ນຊົງຕັດສິນລົງໂທດກະສັດເຊເດກີຢາ. \v 10 ກະສັດບາບີໂລນໄດ້ຕັດສິນປະຫານຊີວິດພວກລູກຊາຍຂອງເຊເດກີຢາ ຢູ່ທີ່ເມືອງຣິບລາຕໍ່ຫນ້າຕໍ່ຕາເຊເດກີຢາເອງ ແລະໄດ້ຕັດສິນປະຫານຊີວິດພວກເຈົ້ານາຍຂອງຢູດາດ້ວຍ. \v 11 ຕໍ່ມາ ພຣະອົງໄດ້ຄວັດຫນ່ວຍຕາຂອງເຊເດກີຢາອອກ ແລະໄດ້ຜູກໂສ້ນຳໄປຍັງບາບີໂລນ ແລ້ວຂັງໄວ້ໃນຄຸກຈົນຮອດມື້ຕາຍ.