lo_jer_text_ulb_l3/52/01.txt

1 line
1.3 KiB
Plaintext

\c 52 \v 1 ເຊເດກີຢາໄດ້ເປັນກະສັດເມື່ອອາຍຸຊາວເອັດພັນສາ; ຊົງປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບເອັດພັນສາ. ພະມານດາຂອງພະອົງຊື່ ຮາມຸຕານ; ຊຶ່ງເປັນລູກສາວຂອງເຢເຣມີຢາຊາວເມືອງລິບນາ. \v 2 ໃນສາຍພຣະເນດຂອງພຣະຢາເວນັ້ນຊົງເຫັນວ່າກະສັດເຊເດກີຢາໄດ້ຊົງເຮັດຊົ່ວຮ້າຍຫລາຍ; ເຊັ່ນດຽວກັນກັບກະສັດເຢໂຮຢາກີມໄດ້ເຮັດ. \v 3 ສະນັ້ນ ຄວາມໂກດຮ້າຍຂອງພຣະຢາເວ, ເຫດການທັງຫມົດນີ້ຈຶ່ງເກີດຂຶ້ນໃນນະຄອນເຢຣູຊາເລັມ ແລະໃນຢູດາ, ຈົນກະທັ້ງພຣະອົງໄດ້ຊົງຂັບໄລ່ພວກເຂົາໃຫ້ພົ້ນຈາກສາຍພຣະເນດຂອງພຣະອົງ. ແລ້ວເຊເດກີຢາໄດ້ກະບົດຕໍ່ສູ້ກະສັດບາບີໂລນ.