lo_jer_text_ulb_l3/51/54.txt

1 line
1.4 KiB
Plaintext

\v 54 ມີສຽງຮ້ອງແຫ່ງຄວາມທຸກທໍລະມານມາຈາກບາບີໂລນ, ສຽງການທຳລາຍຢ່າງໃຫຍ່ຫລວງຈາກແຜ່ນດິນຂອງຄົນເຄນເດຍ. \v 55 ເພາະພຣະຢາເວໄດ້ຊົງເຮັດໃຫ້ບາບີໂລນເປັນທີ່ຖິ້ມຮ້າງ. ພຣະອົງກຳລັງຊົງເຮັດໃຫ້ສຽງທີ່ໃຫຍ່ໂຕຂອງນາງງຽບໄປ. ເມື່ອສັດຕູຜູ້ທຳລາຍໄດ້ສົ່ງສຽງດັງຂອງຄະນອງເຫມືອນສຽງຄື່ນນໍ້າຫລວງຫລາຍ ສຽງດັງຂອງນໍ້າເຫລົ່ານັ້ນກໍດັງແຮງຫລາຍ. \v 56 ເພາະບັນດານັກຮົບໄດ້ມາຕໍ່ສູ້ກັບເມືອງນັ້ນ—ຕໍ່ສູ້ກັບບາບີໂລນ! —ແລະພວກນັກຮົບຂອງເມືອງນັ້ນກໍຖືກຈັບໄປແລ້ວ. ເພາະພຣະຢາເວຊົງເປັນພຣະເຈົ້າແຫ່ງການຕອບແທນ. ຄັນທະນູຂອງພວກເຂົາຖືກຫັກເປັນທ່ອນ, ພຣະອົງຈະຊົງແກ້ແຄ້ນ; ພຣະອົງຈະຕອບສະຫນອງແນ່ນອນ.