lo_jer_text_ulb_l3/51/47.txt

1 line
1.2 KiB
Plaintext

\v 47 ເພາະສະນັ້ນ, ເບິ່ງແມ, ວັນເວລາຈະມາເຖິງ ເມື່ອເຮົາຈະລົງໂທດຮູບເຄົາລົບແຫ່ງບາບີໂລນ. ແຜ່ນດິນທັງຫມົດຂອງນາງຈະຕ້ອງໄດ້ອັບອາຍ ແລະບັນດາຊາວເມືອງນັ້ນຊຶ່ງຖືກຂ້າຈະລົ້ມລົງຢູ່ໃນເມືອງນັ້ນ. \v 48 ແລ້ວຟ້າສະຫວັນ, ແຜ່ນດິນໂລກ ແລະສັບພະສິ່ງທີ່ມີຢູ່ໃນນັ້ນ ຈະຮ້ອງເພງເຫນືອບາບີໂລນ. ເພາະວ່າຜູ້ທຳລາຍຈະມາຈາກທິດເຫນືອຕໍ່ສູ້ກັບນາງ—ພຣະຢາເວກ່າວດັ່ງນີ້ແຫລະ. \v 49 “ບາບີໂລນໄດ້ເຮັດໃຫ້ຄົນອິດສະຣາເອນທີ່ຖືກຂ້າລົ້ມລົງສັນໃດ ຄົນທີ່ຖືກຂ້າແຫ່ງແຜ່ນດິນໂລກທັງປວງຈະຕ້ອງລົ້ມລົງທີ່ບາບີໂລນສັນນັ້ນ.