lo_jer_text_ulb_l3/51/45.txt

1 line
875 B
Plaintext

\v 45 ປະຊາຊົນຂອງເຮົາເອີຍ, ຈົ່ງອອກໄປເສຍຈາກທ່າມກາງນາງ. ໃຫ້ທຸກຄົນເອົາຊີວິດຂອງຕົນລອດພົ້ນຈາກຄວາມພິໂລດອັນຮ້ອນແຮງຂອງເຮົາ. \v 46 ຢ່າໃຫ້ໃຈຂອງພວກເຈົ້າອ່ອນແອໄປ ແລະຢ່າໃຫ້ຢ້ານຕໍ່ຂ່າວຊຶ່ງໄດ້ຍິນໃນແຜ່ນດິນນັ້ນ,ແລະຈະມີຂ່າວມາໃນປີຫນຶ່ງ, ຕໍ່ມາອີກປີຫນຶ່ງກໍຈະມີຂ່າວມາ, ແລະຄວາມທາລຸນກໍມີຢູ່ໃນແຜ່ນດິນນັ້ນ.ຜູ້ຄອບຄອງກໍຕໍ່ສູ້ກັບຜູ້ຄອບຄອງ.