lo_jer_text_ulb_l3/51/36.txt

1 line
794 B
Plaintext

\v 36 ເພາະສະນັ້ນພຣະຢາເວກ່າວດັ່ງນີ້ວ່າ, “ເບິ່ງແມ, ເຮົາຈະແກ້ຄະດີຂອງພວກເຈົ້າ ແລະເຮັດການແກ້ແຄ້ນເພື່ອພວກເຈົ້າ.ເພາະເຮົາຈະເຮັດໃຫ້ທະເລຂອງນາງແຫ້ງ ແລະເຮັດໃຫ້ແຫລ່ງນ້ຳຂອງນາງເຫືອດຫາຍ. \v 37 ແລະບາບີໂລນຈະກາຍເປັນສິ່ງຫັກພັງ, ເປັນບ່ອນຫມາປ່າຢູ່, ເປັນຄວາມປະຫລາດໃຈ, ແລະເປັນທີ່ເຍາະເຍີ້ຍ,ປາດສະຈາກຜູ້ຄົນອາໄສ.