lo_jer_text_ulb_l3/51/30.txt

1 line
1.3 KiB
Plaintext

\v 30 ນັກຮົບແຫ່ງບາບີໂລນຢຸດການສູ້ຮົບແລ້ວ ພວກເຂົາຄ້າງຢູ່ໃນທີ່ກຳບັງອັນເຂັ້ມແຂງຂອງຕົນ. ກຳລັງຂອງພວກເຂົາທົດຖອຍເສຍແລ້ວ; ພວກເຂົາກາຍເປັນເຫມືອນຜູ້ຍິງ—ບ້ານເຮືອນທັງຫລາຍຂອງນາງກໍຖືກໄຟໄຫມ້ແລ້ວ,ປະຕູຂອງນາງກໍຫັກ. \v 31 ຜູ້ສົ່ງຂ່າວຄົນຫນຶ່ງແລ່ນໄປພົບຜູ້ສົ່ງຂ່າວອີກຄົນຫນຶ່ງ, ນັກແລ່ນຄົນຫນຶ່ງແລ່ນໄປພົບນັກແລ່ນອີກຄົນຫນຶ່ງ ເພື່ອເວົ້າກະສັດແຫ່ງບາບີໂລນວ່າ ເມືອງຂອງພະອົງຖືກຍຶດໄວ້ທຸກດ້ານແລ້ວ. \v 32 ເພາະສະນັ້ນ ທ່າຂ້າມແມ່ນໍ້າກໍຖືກຍຶດແລ້ວ; ບ່ອນເປັນບຶງເປັນຫນອງກໍຖືກໄຟໄຫມ້, ແລະບັນດາທະຫານຂອງບາບີໂລນກໍຕົກໃຈຢ້ານ.