lo_jer_text_ulb_l3/51/27.txt

1 line
1.0 KiB
Plaintext

\v 27 ຈົ່ງຕັ້ງທຸງໄວ້ເທິງແຜ່ນດິນ. ຈົ່ງເປົ່າເຂົາສັດທ່າມກາງປະຊາຊາດທັງຫລາຍ. ຈົ່ງເອີ້ນຣາຊະອານາຈັກຕໍ່ໄປນີ້ມາສູ້ກັບນາງ: ອາຣາຣັດ, ມິນນີ, ແລະອັດຊະເກນາດ. ຈົ່ງຕັ້ງຈອມທັບໄວ້ຕໍ່ສູ້ນາງ; ຈົ່ງນຳຝູງມ້າຂຶ້ນມາໃຫ້ຫລາຍເຫມືອນດັ່ງຝູງຕັກແຕນ. \v 28 ຈົ່ງຕຽມບັນດາປະຊາຊາດມາເຮັດສົງຄາມກັບນາງ: ຄືຕຽມບັນດາກະສັດແຫ່ງເມເດຍ, ພ້ອມທັງພວກເຈົ້າເມືອງ ແລະຜູ້ປົກຄອງທັງຫລາຍ ແລະທົ່ວທຸກແຜ່ນດິນພາຍໃຕ້ການປົກຄອງຂອງລາວ.