lo_jer_text_ulb_l3/51/07.txt

1 line
886 B
Plaintext

\v 7 ບາບີໂລນໄດ້ເຄີຍເປັນຈອກທອງຄຳໃນພຣະຫັດຂອງພຣະຢາເວ ທີ່ໄດ້ເຮັດໃຫ້ແຜ່ນດິນໂລກທັງຫມົດມຶນເມົາ; ບັນດາປະຊາຊາດໄດ້ດື່ມເຫລົ້າອະງຸ່ນຂອງເມືອງນັ້ນ ແລະກາຍເປັນບ້າໄປ. \v 8 ບາບີໂລນໄດ້ລົ້ມລົງ ແລະແຕກໄປຢ່າງໄວວາ. ຈົ່ງຮ້ອງຄາງເພື່ອນາງສາ! ຈົ່ງເອົາຫວ້ານຢາມາໃຫ້ນາງ ເພື່ອຊ່ວຍບັນເທົາຄວາມເຈັບປວດຂອງນາງ;ບາງທີນາງອາດຈະໄດ້ຮັບການຮັກສາໃຫ້ຫາຍກໍໄດ້.