lo_jer_text_ulb_l3/50/41.txt

1 line
1.2 KiB
Plaintext

\v 41 “ເບິ່ງແມ, ຊົນຊາດຫນຶ່ງຈະມາຈາກທິດເຫນືອ ປະຊາຊາດອັນເຂັ້ມແຂງຊາດຫນຶ່ງ ແລະກະສັດຫລາຍອົງຈະຖືກນຳໃຫ້ມາຈາກດິນແດນໄກທີ່ສຸດຂອງແຜ່ນດິນໂລກ. \v 42 ພວກເຂົາຈະຈັບຄັນທະນູ ແລະຫອກ ພວກເຂົາໂຫດຮ້າຍ ແລະຈະບໍ່ມີຄວາມກະລຸນາ ສຽງຂອງພວກເຂົາຈະເຫມືອນສຽງທະເລຄະນອງ ພວກເຂົາຈະຂີ່ມ້າ ລຳລຽງກັນເຂົ້າສູ້ສົງຄາມກັບພວກເຈົ້າລູກສາວແຫ່ງບາບີໂລນເອີຍ. \v 43 ກະສັດແຫ່ງບາບີໂລນໄດ້ຍິນຂ່າວເລື່ອງນັ້ນ ແລະພຣະຫັດຂອງພຣະອົງກໍອ່ອນລົງ ຄວາມທຸກໃຈຈັບຫົວໃຈລາວ ເຈັບປວດເຫມືອນຜູ້ຍິງກຳລັງເກີດລູກ.