lo_jer_text_ulb_l3/50/38.txt

1 line
1.5 KiB
Plaintext

\v 38 ຄວາມແຫ້ງແລ້ງຢູ່ເຫນືອນ້ຳທັງຫລາຍຂອງນາງ ເພື່ອນ້ຳທັງຫລາຍນັ້ນຈະໄດ້ແຫ້ງໄປ. ເພາະເປັນແຜ່ນດິນແຫ່ງຮູບເຄົາລົບ, ແລະພວກເຂົາທັງຫລາຍກໍບ້າຮູບນັ້ນ. \v 39 ເພາະສະນັ້ນ ບັນດາສັດປ່າທັງຫລາຍ ພ້ອມກັບບັນດາຫມາຈິ້ງຈອກຈະອາໄສຢູ່ໃນທີ່ນັ້ນ ແລະພວກນົກກະຈອກເທດຫນຸ່ມຈະອາໄສຢູ່ໃນທີ່ນັ້ນ.ເພາະເມືອງນັ້ນຈະບໍ່ມີປະຊາຊົນຢູ່ອີກຕໍ່ໄປເປັນນິດ ຄືບໍ່ມີຊາວເມືອງອາໄສຢູ່ຕະຫລອດຊົ່ວນິລັນດອນ. \v 40 ເຊັ່ນດຽວກັບທີ່ພຣະເຈົ້າໄດ້ຊົງລົ້ມສະລາຍເມືອງໂຊໂດມ ແລະເມືອງໂກໂມຣາ ແລະຫົວເມືອງໃກ້ຄຽງເຫລົ່ານັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—ດັ່ງນັ້ນຈະບໍ່ມີຄົນພັກອາໄສຢູ່ບ່ອນນັ້ນ ແລະບໍ່ມີມະນຸດຄົນໃດອາໄສຢູ່ໃນເມືອງນັ້ນ.”