lo_jer_text_ulb_l3/50/35.txt

1 line
1.3 KiB
Plaintext

\v 35 ໃຫ້ດາບຢູ່ເຫນືອຊາວເຄນເດຍ — ນີ້ເປັນຄຳປະກາດຂອງພຣະຢາເວກ່າວວ່າ—ແລະເຫນືອຊາວເມືອງບາບີໂລນ,ເຫນືອພວກເຈົ້ານາຍ, ກັບນັກປາດຂອງນາງ. \v 36 ໃຫ້ດາບຈະມາຕໍ່ສູ້ເພື່ອພວກເຂົາກ່າວຄຳທຳນວຍ, ເພື່ອທີ່ພວກເຂົາຈະກາຍເປັນຄົນໂງ່.ໃຫ້ດາບຢູ່ເຫນືອບັນດານັກຮົບຂອງນາງ, ເພື່ອພວກເຂົາຈະເຕັມໄປດ້ວຍຄວາມຢ້ານກົວ. \v 37 ໃຫ້ດາບຢູ່ເຫນືອມ້າທັງຫລາຍຂອງພວກເຂົາ, ບັນດາລົດຮົບຂອງພວກເຂົາ ແລະໃຫ້ຢູ່ເຫນືອຄົນຕ່າງດ້າວທ່າມກາງພວກເຂົາ, ເພື່ອພວກເຂົາຈະກາຍເປັນຜູ້ຍິງໄປ.ໃຫ້ດາບຢູ່ເຫນືອຊັບສົມບັດທັງຫມົດຂອງພວກເຂົາ, ເພື່ອວ່າຊັບສົມບັດນັ້ນຈະຖືກປຸ້ນເສຍ.