lo_jer_text_ulb_l3/50/25.txt

1 line
925 B
Plaintext

\v 25 ພຣະຢາເວໄດ້ຊົງເປີດຄັງອາວຸດຂອງພຣະອົງ ແລະຊົງນຳອາວຸດອອກມາເພື່ອໃຫ້ເຮັດຕາມຄວາມໂກດຮ້າຍຂອງພຣະອົງ. ເພາະນີ້ແຫລະເປັນພຣະລາຊະກິດແຫ່ງອົງພຣະຢາເວພຣະເຈົ້າຈອມໂຍທາໃນແຜ່ນດິນແຫ່ງຊາວເຄນເດຍ. \v 26 ຈົ່ງມາໂຈມຕີກັບນາງຈາກແດນໄກ. ຈົ່ງເປີດບັນດາສາງຂອງນາງ. ຈົ່ງກອງນາງໄວ້ເຫມືອນຢ່າງກອງເຂົ້າ ແລະຈົ່ງແຍກນາງເພື່ອການທຳລາຍເສຍຈົນຫມົດສິ້ນ ຢ່າໃຫ້ມີຄົນເຫລືອຢູ່.