lo_jer_text_ulb_l3/50/14.txt

1 line
993 B
Plaintext

\v 14 ຈົ່ງຕຽມຕົວຂອງພວກເຈົ້າທັງຫລາຍເຂົ້າມາສູ້ບາບີໂລນໃຫ້ຮອບດ້ານ. ທຸກຄົນທີ່ໂກ່ງຄັນທະນູຈົ່ງຍິງນາງ. ຢ່າເສຍດາຍລູກທະນູທັງຫລາຍ, ເພາະນາງໄດ້ເຮັດບາບຕໍ່ພຣະຢາເວ. \v 15 ຈົ່ງເປັ່ງສຽງໂຫ່ຮ້ອງສູ້ນາງໃຫ້ຮອບດ້ານ! ນາງຍອມພ່າຍແພ້ແລ້ວ; ຮາກຖານຂອງນາງລົ້ມລົງແລ້ວ; ກຳແພງຂອງນາງຖືກເພພັງແລ້ວ, ເພາະນີ້ເປັນການແກ້ແຄ້ນຂອງພຣະຢາເວ. ຈົ່ງເຮັດການແກ້ແຄ້ນນາງ! ເຮັດກັບນາງເຫມືອນທີ່ນາງໄດ້ເຮັດມາແລ້ວ!